ບົດລາຍງານລະບຸວ່າ: ໂຄງການ SPIRE ອາຊີ (SPIRE Asia Program – Scaling Projects and Investments for Resilience in Asia) ຈະລວມເອົາຂໍ້ມູນ, ການພັດທະນາໂຄງການ ແລະ ຄວາມສາມາດໃນການສະໜອງທຶນເພື່ອປ່ຽນຄວາມຕ້ອງການດ້ານຄວາມເຂັ້ມແຂງໃນການຮັບມືກັບການປ່ຽນແປງຂອງສະພາບອາກາດໃຫ້ກາຍເປັນໂຄງການທີ່ສາມາດລົງທຶນໄດ້, ໂດຍອີງໃສ່ 3 ເສົາຄໍ້າຄື: ແພລດຟອມຂໍ້ມູນ, ການພັດທະນາຕະຫຼາດ ແລະ ກອງທຶນການເງິນທີ່ຫຼາກຫຼາຍ, ໂດຍມີຈຸດປະສົງເພື່ອລະດົມທຶນໄດ້ເຖິງ 500 ລ້ານໂດລາ.
ໂຄງການ SPIRE ອາຊີ ຍັງມີຈຸດປະສົງເພື່ອສ້າງໂອກາດໃຫ້ແກ່ສະຖາບັນການເງິນ, ນັກລົງທຶນ ແລະ ຜູ້ໃຫ້ບໍລິການແກ້ໄຂບັນຫາເຕັກໂນໂລຊີກະສິກຳໃນສິງກະໂປເຂົ້າຮ່ວມໃນການລົງທຶນລະດັບພາກພື້ນ ເພື່ອປັບຕົວເຂົ້າກັບສະພາບອາກາດ, ພ້ອມທັງຂະຫຍາຍວິທີແກ້ໄຂທີ່ກ່ຽວຂ້ອງໄປສູ່ຂອບເຂດທີ່ກວ້າງຂວາງກວ່າເກົ່າ.
ຄໍາເຫັນ