ຂ່າວລະບຸວ່າ: ໃນ 10 ເດືອນຂອງປີນີ້, ມູນຄ່າຂາເຂົ້າ-ຂາອອກຂອງຈີນກັບ 180 ກວ່າປະເທດ ແລະ ເຂດແຄວ້ນມີການເຕີບໂຕເພີ່ມຂຶ້ນ. ໃນນັ້ນ, ຍອດມູນຄ່າຂາເຂົ້າ-ຂາອອກກັບຕະຫຼາດຈະເລີນໃໝ່ຕ່າງໆ ຄື: ອາຊຽນ, ອາເມຣິກາລາຕິນ ແລະ ອາຟຣິກາ ເພີ່ມຂຶ້ນ 24.2%, 14.4% ແລະ 17.6% ຕາມລຳດັບ, ສ່ວນຍອດມູນຄ່າຂາເຂົ້າ-ຂາອອກກັບສະຫະພາບເອີຣົບ ແລະ ອາເມຣິກາ ເພີ່ມຂຶ້ນ 8.5% ແລະ 6.3% ຕາມລຳດັບ.
ໃນໄລຍະດຽວກັນ, ມູນຄ່າຂາເຂົ້າ-ຂາອອກຂອງຈີນກັບເຂດເສດຖະກິດອື່ນ ໃນອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ມີເຖິງ 27,080 ຕື້ຢວນ, ເພີ່ມຂຶ້ນ 25.4% ແລະ ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງ 22,880 ຕື້ຢວນ, ເພີ່ມຂຶ້ນ 18.5%.
ຄໍາເຫັນ