ຂ່າວລະບຸວ່າ: ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ເຂົ້າຮ່ວມ WDAIR 2026 ແລະ ໄດ້ລອດເຂົ້າກຸ່ມ 50 ພື້ນຖານເສດຖະກິດອັນດັບແຖວໜ້າໂລກ, ຢືນຢູ່ອັນດັບທີ 3 ໃນອາຊີຕາເວັນອອກສ່ຽງໃຕ້. ໝາກຜົນນີ້ໄດ້ຮັບຮູ້ຄວາມພະຍາຍາມຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນດີຈີຕອນ ແລະ ການນຳໃຊ້ປັນຍາປະດິດ (AI). ໂດຍຕີລາຄາວ່ານີ້ແມ່ນສັນຍານທີ່ຕັ້ງໜ້າໃນການປະຕິບັດມະຕິສູນກາງເລກທີ 57 ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.
ທ່ານ ໂຮ່ກວກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ້ອງສຸມໃສ່ຍົກສູງຄຸນນະພາບລະບອບລະບຽບການ, ປະສິດທິພາບການປະຕິບັດ ແລະ ຄຸນນະພາບການຄຸ້ມຄອງ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສະໜອງການບໍລິການສາທາລະນະທາງອອນລາຍ, ເຊື່ອມຕໍ່, ແບ່ງປັນ ແລະ ນຳໃຊ້ຂໍ້ມູນຄືນໃໝ່; ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ AI ເຂົ້າໃນການຜະລິດ, ດຳເນີນທຸລະກິດ.
ຄໍາເຫັນ