ປະທານປະເທດຫວຽດນາມ ຢ້ຽມ​ຢາມ​ຍີ່​ປຸ່ນ ຊຸກຍູ້ສາຍພົວພັນການ​ຮ່ວມ​ມື​ສອງຝ່າຍຂຶ້ນສູ່ລະດັບໃໝ່

ປະທານປະເທດຫວຽດນາມ ຢ້ຽມ​ຢາມ​ຍີ່​ປຸ່ນ ຊຸກຍູ້ສາຍພົວພັນການ​ຮ່ວມ​ມື​ສອງຝ່າຍຂຶ້ນສູ່ລະດັບໃໝ່

ປະທານປະເທດຫວຽດນາມ ຢ້ຽມ​ຢາມ​ຍີ່​ປຸ່ນ ຊຸກຍູ້ສາຍພົວພັນການ​ຮ່ວມ​ມື​ສອງຝ່າຍຂຶ້ນສູ່ລະດັບໃໝ່
ຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສ​ສຫວຽດນາມ ໄດ້ຢ້ຽມຢາມທາງການປະເທດຍີ່ປຸ່ນ ແຕ່ວັນທີ 8–11 ພະຈິກ 2026. ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນຍັງສືບຕໍ່ມີຄວາມຜັນແປຫຼາຍດ້ານ, ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດມີທ່າ​ອ່ຽງເພີ່ມຂຶ້ນ, ເສດຖະກິດໂລກປະເຊີນກັບສິ່ງທ້າທາຍຫຼາຍປະການ, ຂະນະທີ່ບັນດາປະເທດພວມເລັ່ງປັບປ່ຽນຍຸດທະສາດການພັດທະນາ, ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະ ຫັນໄປສູ່ການກະຈາຍແຫຼ່ງສະໜອງສິນຄ້າໃຫ້ມີຄວາມຫຼາກຫຼາຍ. ພາຍໃຕ້ສະພາບການດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ຖືເປັນເຫດການດ້ານການຕ່າງປະເທດທີ່ສຳຄັນ, ປະກອບສ່ວນເສີມສ້າງສາຍພົວພັນຫວຽດນາມ – ຍີ່ປຸ່ນ, ຂະຫຍາຍຂອບການຮ່ວມມື ແລະ ສ້າງແຮງຜັກດັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງສອງປະເທດ.
ປະທານປະເທດຫວຽດນາມ ຢຽມ​ຢາມ​ຍ​ປນ ຊກຍສາຍພວພນການ​ຮວມ​ມ​ສອງຝາຍຂນສລະດບໃໝ - image 1
 

ຜົນສຳເລັດທີ່ໂດດເດັ່ນຂອງການຢ້ຽມຢາມ:

ໜຶ່ງໃນຜົນສຳເລັດທີ່ສຳຄັນທີ່ສຸດຂອງການຢ້ຽມຢາມຄັ້ງນີ້ ແມ່ນການທີ່ທ່ານ ໂຕເລິມ ແລະ ທ່ານນາງ ທາກາອິຈິ ຊານາເອະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຮ່ວມກັນຮັບຮອງຖະແຫຼງການວິໄສທັດຮ່ວມຫວຽດນາມ – ຍີ່ປຸ່ນ, ໂດຍກຳນົດທິດທາງ “ຄູ່ຮ່ວມມືຮ່ວມເດີນທາງ, ຮ່ວມສ້າງສັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເພື່ອການເຕີບໂຕທີ່ມີຄຸນນະພາບສູງ, ການມີອິດສະຫຼະພາບທາງຍຸດທະສາດ ແລະ ການເພີ່ມທະວີຄວາມເຂັ້ມແຂງ”. ສອງຝ່າຍຢືນຢັນວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ສຳຄັນອັນດັບຕົ້ນໆ ແລະ ມີຄວາມຍືນຍົງຕໍ່ກັນ, ມີຜົນປະໂຫຍດຮ່ວມກັນຫຼາຍດ້ານ; ການພັດທະນາຂອງແຕ່ລະປະເທດຈະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາຂອງອີກຝ່າຍໜຶ່ງ. ພ້ອມກັນນັ້ນ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ສາຍພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອາຊີ ແລະ ໃນໂລກ” ໃຫ້ກ້າວຂຶ້ນສູ່ລະດັບໃໝ່, ເພີ່ມທະວີການປະສານງານໃນຂົງເຂດທີ່ມີຄວາມໝາຍທາງຍຸດທະສາດ ແລະ ຮ່ວມກັນປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ປະທານປະເທດຫວຽດນາມ ຢຽມ​ຢາມ​ຍ​ປນ ຊກຍສາຍພວພນການ​ຮວມ​ມ​ສອງຝາຍຂນສລະດບໃໝ - image 2
 

ໃນຂະນະທີ່ ຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງປະເທດເຫັນດີເພີ່ມທະວີການເຊື່ອມໂຍງທາງເສດຖະກິດ ເພື່ອຮັບປະກັນຄວາມໝັ້ນຄົງທາງເສດຖະກິດ, ຍົກສູງຄວາມສາມາດໃນການກຳນົດທິດທາງຍຸດທະສາດດ້ວຍຕົນເອງ ແລະ ມຸ່ງໄປສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍຂຶ້ນເປັນ 80 ຕື້ໂດລາ ພາຍໃນປີ 2030. ຍີ່ປຸ່ນໃຫ້ຄຳໝັ້ນວ່າຈະຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງໃນຫວຽດນາມ, ຄວບຄູ່ກັບການຖ່າຍທອດເຕັກໂນໂລຊີ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການພັດທະນາຂະແໜງອຸດສາຫະກຳທີ່ມີມູນຄ່າເພີ່ມສູງ. ສອງຝ່າຍຍັງເຫັນດີຂະຫຍາຍການຮ່ວມມືດ້ານແຫຼ່ງທຶນ ODA ຮຸ່ນໃໝ່ ໃນຂົງເຂດປັນຍາປະດິດ, ພະລັງງານ, ການຫັນເປັນດີຈີຕອນ ແລະ ການຫັນເປັນສີຂຽວ. ນີ້ແມ່ນທິດທາງສຳຄັນໃນການປ່ຽນຈາກການຮ່ວມມືທີ່ເນັ້ນການເຕີບໂຕດ້ານຂະໜາດ ໄປສູ່ການຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄວາມຍືນຍົງ.

ປະທານປະເທດຫວຽດນາມ ຢຽມ​ຢາມ​ຍ​ປນ ຊກຍສາຍພວພນການ​ຮວມ​ມ​ສອງຝາຍຂນສລະດບໃໝ - image 3
 

ສອງຝ່າຍໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 11 ສະບັບ, ໃນນັ້ນ ຜູ້ນຳຂອງສອງປະເທດໄດ້ເປັນສັກຂີພິຍານໃນພິທີມອບ-ຮັບເອກະສານ 9 ສະບັບ. ເອກະສານດັ່ງກ່າວສຸມໃສ່ຂົງເຂດສຳຄັນ ເຊັ່ນ: ພະລັງງານ, ການສຶກສາ, ວິທະຍາສາດ – ເຕັກໂນໂລຊີ, ປັນຍາປະດິດ, ສິ່ງແວດລ້ອມ, ນະໂຍບາຍທາງທະເລ, ກົດໝາຍ ແລະ ຊັບສິນທາງປັນຍາ. ສິ່ງທີ່ໜ້າສົນໃຈແມ່ນ ສອງຝ່າຍໄດ້ແລກປ່ຽນເອກະສານກ່ຽວກັບໂຄງການກໍ່ສ້າງມະຫາວິທະຍາໄລຫວຽດນາມ – ຍີ່ປຸ່ນ ແລະ ໂຄງການໂຮງໄຟຟ້າ ໂອໂມນ 3, ໂດຍມີມູນຄ່າລວມຂອງເງິນກູ້ ແລະ ທຶນຊ່ວຍເຫຼືອທີ່ໃຫ້ຄຳໝັ້ນຫຼາຍກວ່າ 43.1 ຕື້ເຢນ. ນອກຈາກນັ້ນ, ສອງປະເທດຍັງຊຸກຍູ້ການຮ່ວມມືໃນຂົງເຂດໄຟຟ້ານິວເຄລຍ, ການຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ, ການຍົກສູງປະສິດທິຜົນໃນການສ້າງ ແລະ ບັງຄັບໃຊ້ກົດໝາຍ, ພ້ອມທັງເພີ່ມທະວີການຮ່ວມມືດ້ານການປົກປ້ອງສິ່ງແວດລ້ອມ. ຂໍ້ຕົກລົງເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທາງການເມືອງຂອງສອງຝ່າຍ ໃນການປ່ຽນຄຳໝັ້ນສັນຍາລະດັບສູງໃຫ້ກາຍເປັນແຜນງານ ແລະ ໂຄງການຮ່ວມມືທີ່ມີຄວາມເປັນຈິງ.

ປະທານປະເທດຫວຽດນາມ ຢຽມ​ຢາມ​ຍ​ປນ ຊກຍສາຍພວພນການ​ຮວມ​ມ​ສອງຝາຍຂນສລະດບໃໝ - image 4
 

ການຮ່ວມມືດ້ານວິທະຍາສາດ – ເຕັກໂນໂລຊີ ແລະ ນະວັດຕະກຳ ຖືກກຳນົດໃຫ້ເປັນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນສອງຝ່າຍໃນໄລຍະໃໝ່. ໃນເວທີປຶກສາຫາລືພາກລັດ – ເອກະຊົນ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດ – ເຕັກໂນໂລຊີລະຫວ່າງຫວຽດນາມ – ຍີ່ປຸ່ນ, ທ່ານ ໂຕ ເລິມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປ່ຽນຈາກການຮັບເອົາ ແລະ ນຳໃຊ້ເຕັກໂນໂລຊີ ໄປສູ່ການຄົ້ນຄວ້າຮ່ວມ, ການຮ່ວມກັນສ້າງສັນ ແລະ ຄ່ອຍໆກ້າວໄປສູ່ການຄວບຄຸມເຕັກໂນໂລຊີດ້ວຍຕົນເອງ. ສອງຝ່າຍໃຫ້ຄວາມສຳຄັນຕໍ່ການຊຸກຍູ້ການຮ່ວມມືໃນຂົງເຂດປັນຍາປະດິດ, ເຕັກໂນໂລຊີພະລັງງານ, ເຕັກໂນໂລຊີຊີວະພາບ, ລົດໄຟຄວາມໄວສູງ ແລະ ເຕັກໂນໂລຊີຄວອນຕຳ; ພ້ອມທັງເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ. ຝ່າຍຍີ່ປຸ່ນຍັງສະແດງຄວາມພ້ອມທີ່ຈະຊ່ວຍເຫຼືອຫວຽດນາມໃນການຝຶກອົບຮົມຊັບພະຍາກອນມະນຸດລະດັບສູງ, ລວມທັງທີມງານຊ່ຽວຊານ ແລະ ນັກວິຊາການລະດັບປະລິນຍາເອກດ້ານປັນຍາປະດິດ. ນີ້ແມ່ນບາດກ້າວປ່ຽນແປງທີ່ໜ້າສົນໃຈ, ສະທ້ອນໃຫ້ເຫັນວ່າການຮ່ວມມືຫວຽດນາມ – ຍີ່ປຸ່ນ ພວມມຸ່ງໄປສູ່ການສ້າງຂີດຄວາມສາມາດດ້ານເຕັກໂນໂລຊີ ແລະ ລະບົບນິເວດນະວັດຕະກຳໃນໄລຍະຍາວ.

ສອງຝ່າຍເຫັນດີເພີ່ມທະວີການເຊື່ອມໂຍງດ້ານຊັບພະຍາກອນມະນຸດ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ສາທາລະນະສຸກ, ແຮງງານ ແລະ ລະຫວ່າງທ້ອງຖິ່ນຂອງສອງປະເທດ. ສອງຝ່າຍຄາດວ່າຈະຈັດເວທີປຶກສາຫາລືການຮ່ວມມືລະຫວ່າງທ້ອງຖິ່ນຫວຽດນາມ – ຍີ່ປຸ່ນ ຄັ້ງທີ 3 ໃນປີ 2027, ພ້ອມທັງດຳເນີນໂຄງການປີທ່ອງທ່ຽວຮ່ວມມືຫວຽດນາມ – ຍີ່ປຸ່ນ 2027–2028, ເພື່ອມຸ່ງສູ່ການສະຫຼອງຄົບຮອບ 55 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດໃນປີ 2028. ສອງຝ່າຍຍັງເຫັນດີເລີ່ມການປຶກສາຫາລືກ່ຽວກັບຂໍ້ຕົກລົງວ່າດ້ວຍການແຈ້ງຂ່າວ ແລະ ການເຂົ້າເຖິງດ້ານກົງສຸນ, ພ້ອມທັງຊຸກຍູ້ການອຳນວຍຄວາມສະດວກດ້ານການເດີນທາງ ແລະ ວີຊາໃຫ້ແກ່ວິສະວະກອນເຕັກໂນໂລຊີຂອງຫວຽດນາມ. ເນື້ອໃນເຫຼົ່ານີ້ຈະປະກອບສ່ວນເສີມສ້າງພື້ນຖານທາງສັງຄົມ, ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງຄວາມຜູກພັນລະຫວ່າງປະຊາຊົນຂອງສອງປະເທດ.

ດ້ານການເມືອງ ແລະ ການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ປະກອບມີກິດຈະກຳສຳຄັນລະດັບສູງ ເຊັ່ນ: ເຂົ້າຢ້ຽມຢາມພະມະຫາກະສັດ ແລະ ພະລາຊິນີຍີ່ປຸ່ນ, ການພົບປະກັບທ່ານນາງ ທາກາອິຈິ ຊານາເອະ ນາຍົກລັດຖະມົນຕີ, ການກ່າວຄຳປາໄສກ່ຽວກັບນະໂຍບາຍຕໍ່ລັດຖະສະພາຍີ່ປຸ່ນ, ການພົບປະກັບຜູ້ນຳລັດຖະສະພາ ແລະ ອົງການສະມາຄົມມິດຕະພາບສະມາຊິກສະພາ. ໃນຄຳປາໄສຕໍ່ລັດຖະສະພາຍີ່ປຸ່ນ, ທ່ານ ໂຕ ເລິມ ໄດ້ເນັ້ນໜັກເຖິງທິດທາງການຕ່າງປະເທດຂອງຫວຽດນາມ ທີ່ເປັນເອກະລາດ, ພຶ່ງພາຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ພ້ອມທັງຢືນຢັນຄວາມປະສົງໃນການເພີ່ມທະວີການປະສານງານກັບຍີ່ປຸ່ນໃນບັນຫາພາກພື້ນ ແລະ ສາກົນ. ສອງປະເທດຍັງເຫັນດີສືບຕໍ່ປະສານງານກັນໃນກົນໄກຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, APEC ແລະ ASEAN, ປະກອບສ່ວນຢ່າງຕັ້ງໜ້າຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືສາກົນ.

ຄວາມໝາຍຂອງການຢ້ຽມຢາມໃນມຸມມອງພາກພື້ນ:

ການຢ້ຽມຢາມທາງການປະເທດຍີ່ປຸ່ນຂອງທານ ໂຕ ເລິມ ບໍ່ພຽງແຕ່ມີຄວາມໝາຍຕໍ່ສາຍພົວພັນສອງຝ່າຍເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນທ່າອ່ຽງການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນອາຊີ ພາຍໃຕ້ສະພາບແວດລ້ອມດ້ານພູມສາດການເມືອງ ແລະ ເສດຖະກິດສາກົນທີ່ນັບມື້ນັບສັບສົນ. ການທີ່ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ເຕັກໂນໂລຊີ, ພະລັງງານ ແລະ ຄວາມໝັ້ນຄົງທາງເສດຖະກິດ ສະແດງໃຫ້ເຫັນວ່າ ສອງປະເທດພວມມຸ່ງໄປສູ່ການສ້າງສາຍພົວພັນຄູ່ຮ່ວມມືທີ່ມີຄວາມເກື້ອກູນຊ່ວຍເຫຼືອກັນສູງ, ປະກອບສ່ວນຍົກສູງຄວາມສາມາດໃນການຮັບມືຕໍ່ຄວາມຜັນແປຈາກພາຍນອກ.

ສຳລັບຫວຽດນາມ, ຍີ່ປຸ່ນຍັງເປັນຄູ່ຮ່ວມມືທີ່ສຳຄັນໃນການລະດົມຊັບພະຍາກອນເພື່ອການພັດທະນາ, ການຮັບເອົາເຕັກໂນໂລຊີທັນສະໄໝ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການຍົກສູງຖານະຂອງຕົນໃນຕ່ອງໂສ້ມູນຄ່າພາກພື້ນ ແລະ ໂລກ. ຄຳໝັ້ນສັນຍາຮ່ວມມືໃໝ່, ໂດຍສະເພາະໃນດ້ານວິທະຍາສາດ – ເຕັກໂນໂລຊີ, ພະລັງງານ ແລະ ການພັດທະນາຊັບພະຍາກອນມະນຸດ, ຄາດວ່າຈະປະກອບສ່ວນສະໜັບສະໜູນຫວຽດນາມໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ – ສັງຄົມ, ເພີ່ມທະວີຄວາມສາມາດໃນການກຳນົດທິດທາງຍຸດທະສາດດ້ວຍຕົນເອງ ແລະ ຍົກສູງຄຸນນະພາບການເຕີບໂຕ.

ສຳລັບຍີ່ປຸ່ນ, ຫວຽດນາມແມ່ນຄູ່ຮ່ວມມືທີ່ມີທີ່ຕັ້ງສຳຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້, ມີຕະຫຼາດທີ່ມີຄວາມຄຶກຄື້ນ, ມີທ່າແຮງດ້ານຊັບພະຍາກອນມະນຸດ ແລະ ມີທີ່ຕັ້ງທາງພູມສາດເສດຖະກິດທີ່ເອື້ອອຳນວຍ. ການເພີ່ມທະວີການຮ່ວມມືກັບຫວຽດນາມ ຈະສ້າງເງື່ອນໄຂໃຫ້ຍີ່ປຸ່ນຂະຫຍາຍເຄືອຂ່າຍການລົງທຶນ, ກະຈາຍແຫຼ່ງສະໜອງສິນຄ້າໃຫ້ມີຄວາມຫຼາກຫຼາຍ, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມໂຍງກັບພາກພື້ນ ASEAN. ສິ່ງນີ້ຍັງສອດຄ່ອງກັບທິດທາງຂອງຍີ່ປຸ່ນໃນການຊຸກຍູ້ພາກພື້ນອິນໂດປາຊີຟິກທີ່ເສລີ, ເປີດກວ້າງ, ມີສັນຕິພາບ ແລະ ສະຖຽນລະພາບ.

ມຸມມອງຂອງລາວ:

ການພັດທະນາທີ່ນັບມື້ນັບເລິກເຊິ່ງຂອງສາຍພົວພັນຫວຽດນາມ – ຍີ່ປຸ່ນ ເປັນພັດທະນາການໃນທາງບວກຕໍ່ສະພາບແວດລ້ອມການຮ່ວມມື ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຫວຽດນາມແມ່ນປະເທດເພື່ອນບ້ານໃກ້ຄຽງ, ມີສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຮອບດ້ານກັບ ສປປ ລາວ; ຂະນະທີ່ຍີ່ປຸ່ນແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການພັດທະນາທີ່ສຳຄັນຂອງ ASEAN ແລະ ພາກພື້ນແມ່ນ້ຳຂອງ. ການທີ່ສອງປະເທດເພີ່ມທະວີການຮ່ວມມືດ້ານໂຄງລ່າງພື້ນຖານ, ພະລັງງານ, ວິທະຍາສາດ – ເຕັກໂນໂລຊີ, ການຫັນເປັນສີຂຽວ ແລະ ການພັດທະນາຊັບພະຍາກອນມະນຸດ ສາມາດປະກອບສ່ວນຊຸກຍູ້ການເຊື່ອມໂຍງທາງເສດຖະກິດໃນພາກພື້ນ, ຂະຫຍາຍໂອກາດການຮ່ວມມື ແລະ ຍົກສູງຂີດຄວາມສາມາດໃນການພັດທະນາຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້.

ໂດຍສະເພາະໃນສະພາບທີ່ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງພວມປະເຊີນກັບສິ່ງທ້າທາຍຫຼາຍດ້ານ ກ່ຽວກັບການພັດທະນາເສດຖະກິດ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ການຫັນປ່ຽນຮູບແບບການເຕີບໂຕ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການເພີ່ມທະວີສາຍພົວພັນຄູ່ຮ່ວມມືທີ່ສາມາດລະດົມແຫຼ່ງທຶນ, ເຕັກໂນໂລຊີ ແລະ ປະສົບການດ້ານການພັດທະນາ ຈຶ່ງມີຄວາມໝາຍຢ່າງເປັນຮູບປະທຳ. ສາຍພົວພັນຫວຽດນາມ – ຍີ່ປຸ່ນ ທີ່ພັດທະນາຢ່າງໝັ້ນຄົງ ແລະ ເປັນຮູບປະທຳ ສາມາດສ້າງເງື່ອນໄຂເພີ່ມເຕີມໃຫ້ແກ່ການຊຸກຍູ້ຂໍ້ລິເລີ່ມຮ່ວມມືໃນພາກພື້ນ, ເພີ່ມທະວີການເຊື່ອມໂຍງລະຫວ່າງ ASEAN ກັບບັນດາຄູ່ຮ່ວມມື ແລະ ປະກອບສ່ວນຍົກສູງຄວາມເປັນເອກະລາດ ແລະ ຄວາມສາມາດໃນການຮັບມືຕໍ່ຄວາມຜັນແປຂອງເສດຖະກິດໃນພາກພື້ນ.

ນອກຈາກນັ້ນ, ການທີ່ຫວຽດນາມ ແລະ ຍີ່ປຸ່ນ ຢືນຢັນວ່າຈະສືບຕໍ່ປະສານງານກັນຢູ່ໃນກົນໄກຫຼາຍຝ່າຍ, ໂດຍສະເພາະ ASEAN ແລະ APEC, ສະແດງໃຫ້ເຫັນວ່າ ສອງປະເທດໃຫ້ຄວາມສຳຄັນຕໍ່ບົດບາດຂອງການຮ່ວມມືໃນພາກພື້ນ ໃນການແກ້ໄຂບັນຫາຮ່ວມກັນ. ສຳລັບ ສປປ ລາວ, ໃນຖານະເປັນປະເທດສະມາຊິກ ASEAN ແລະ ຕັ້ງຢູ່ໃນອະນຸພາກພື້ນແມ່ນ້ຳຂອງ, ສະພາບແວດລ້ອມທີ່ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ມີຄວາມສຳຄັນຕໍ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ – ສັງຄົມ, ການເພີ່ມທະວີການເຊື່ອມໂຍງພາກພື້ນ ແລະ ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຈາກບົດຮຽນຂອງການຢ້ຽມຢາມ ແລະ ຜົນສຳເລັດດ້ານການຮ່ວມມືຫວຽດນາມ – ຍີ່ປຸ່ນ, ສປປ ລາວ ຄວນມີຄວາມຕັ້ງໃຈສຶກສາຄົ້ນຄວ້າ, ນຳເອົາບົດຮຽນມາປັບໃຊ້ ແລະ ສວຍໃຊ້ໂອກາດດ້ານການຮ່ວມມືໃນລັກສະນະດຽວກັນ ເພື່ອຮັບໃຊ້ເປົ້າໝາຍການພັດທະນາປະເທດຊາດ. ໃນນັ້ນ, ຄວນໃຫ້ຄວາມສຳຄັນຕໍ່ການຊຸກຍູ້ສາຍພົວພັນຮ່ວມມືກັບຍີ່ປຸ່ນ, ໂດຍສະເພາະໃນຂົງເຂດໂຄງລ່າງພື້ນຖານດ້ານການຂົນສົ່ງ, ໂລຈິສຕິກ, ພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ການຫັນເປັນດິຈິຕອນ ແລະ ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພ້ອມກັນນັ້ນ, ລາວຄວນເພີ່ມທະວີການປະສານງານກັບຫວຽດນາມ ໃນການເຊື່ອມໂຍງແຜນງານ ແລະ ໂຄງການຮ່ວມມືກັບຍີ່ປຸ່ນ, ນຳໃຊ້ຂໍ້ໄດ້ປຽບດ້ານທີ່ຕັ້ງທາງພູມສາດ ແລະ ບົດບາດການເປັນຈຸດເຊື່ອມຕໍ່ລະຫວ່າງຫວຽດນາມກັບບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ. ນອກຈາກນັ້ນ, ຄວນຍົກສູງຂີດຄວາມສາມາດໃນການກະກຽມ, ບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ, ປັບປຸງສະພາບແວດລ້ອມການລົງທຶນ, ລິເລີ່ມສະເໜີແຜນງານຮ່ວມມືທີ່ເປັນຮູບປະທຳ, ມີຄວາມເປັນໄປໄດ້ ແລະ ສາມາດສ້າງຜົນປະໂຫຍດຢ່າງແທ້ຈິງ. ການປະສົມປະສານຢ່າງມີປະສິດທິຜົນລະຫວ່າງແຫຼ່ງທຶນ, ເຕັກໂນໂລຊີ ແລະ ປະສົບການຂອງຍີ່ປຸ່ນ ກັບຂໍ້ໄດ້ປຽບຈາກການຮ່ວມມືອັນດີງາມດັ້ງເດີມລະຫວ່າງລາວ ແລະ ຫວຽດນາມ ຈະປະກອບສ່ວນຂະຫຍາຍພື້ນທີ່ການພັດທະນາ, ຍົກສູງຂີດຄວາມສາມາດໃນການແຂ່ງຂັນ ແລະ ເພີ່ມທະວີຄວາມສາມາດພຶ່ງພາຕົນເອງຂອງເສດຖະກິດລາວໃນໄລຍະຕໍ່ໜ້າ.

ໂດຍລວມແລ້ວ, ການຢ້ຽມຢາມທາງການປະເທດຍີ່ປຸ່ນຂອງທ່ານ ໂຕເລິມ ໄດ້ບັນລຸຜົນສຳເລັດທີ່ສຳຄັນ, ສ້າງແຮງຜັກດັນໃໝ່ໃຫ້ແກ່ການພັດທະນາສາຍພົວພັນຫວຽດນາມ – ຍີ່ປຸ່ນ ຢ່າງຮອບດ້ານ, ເປັນຮູບປະທຳ ແລະ ມີປະສິດທິຜົນ. ການຮັບຮອງຖະແຫຼງການວິໄສທັດຮ່ວມ, ການລົງນາມໃນບັນດາເອກະສານຮ່ວມມື ແລະ ການກຳນົດຂົງເຂດບຸລິມະສິດໃນໄລຍະຕໍ່ໄປ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທາງການເມືອງອັນສູງຂອງຜູ້ນຳສອງປະເທດ. ໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນຍັງຄົງມີຄວາມບໍ່ແນ່ນອນຫຼາຍດ້ານ, ການທີ່ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີສາຍພົວພັນຄູ່ຮ່ວມມື, ມຸ່ງໄປສູ່ການເຕີບໂຕທີ່ມີຄຸນນະພາບສູງ, ການມີອິດສະຫຼະພາບທາງຍຸດທະສາດ ແລະ ການພັດທະນາຢ່າງຍືນຍົງ ບໍ່ພຽງແຕ່ຮັບໃຊ້ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືໃນອາຊີ, ໂດຍລວມທັງພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອະນຸພາກພື້ນແມ່ນ້ຳຂອງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍ ເພີ່ມຂຶ້ນ 10.7%

ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍ ເພີ່ມຂຶ້ນ 10.7%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດມາເລເຊຍໄດ້ເປີດເຜີຍໃນວັນທີ 10 ຕຸລາ ຜ່ານມາວ່າ, ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍໃນໄຕມາດທີສາມຂອງປີ 2026 ໄດ້ເພີ່ມຂຶ້ນ 10.7% ເມື່ອທຽບກັບປີກ່ອນ ເປັນ 553.5 ຕື້ຣິງກິດ (ປະມານ 136.62 ຕື້ໂດລາ) ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 9.3% ໃນໄຕມາດທີ 2 ຂອງປີ 2026.
ການສົ່ງອອກຂອງເຢຍລະມັນໃນເດືອນກັນຍາ ເພີ່ມຂຶ້ນ 2%

ການສົ່ງອອກຂອງເຢຍລະມັນໃນເດືອນກັນຍາ ເພີ່ມຂຶ້ນ 2%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດເຢຍລະມັນລາຍງານໃນວັນທີ 9 ພະຈິກ ຜ່ານມາວ່າ,ການສົ່ງອອກຂອງເຢຍລະມັນເພີ່ມຂຶ້ນ 2% ໃນເດືອນກັນຍາ ເມື່ອທຽບກັບເດືອນກ່ອນໜ້ານີ້, ສ່ວນໃຫຍ່ແມ່ນຍ້ອນຄວາມຕ້ອງການຈາກບັນດາປະເທດສະມາຊິກສະຫະພາບເອີຣົບ (EU).
ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໃນ 10 ເດືອນ​ ​ລຸ​ເຖິງ 44,810 ຕື້ຢວນ

ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໃນ 10 ເດືອນ​ ​ລຸ​ເຖິງ 44,810 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ. ໃນ 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ກາ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ບັນ​ລຸ​ເຖິງ 44,810 ຕື້​ຢວນ, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ຮັກ​ສາ​ທ່າ​ອຽງ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ. ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ 25,990 ຕື້ຢວນ, ເພີ່ມ​ຂຶ້ນ 17.6% ​ແລະ ມູນ​ຄ່າ​ການ​ນຳ​ເຂົ້າບັນ​ລຸ 18,820 ຕື້ຢວນ, ເພີ່ມ​ຂຶ້ນ 23.6%.
ການໃຊ້ຈ່າຍຂອງຄົວເຮືອນຍີ່ປຸ່ນຫຼຸດລົງ 6.8% ໃນເດືອນກັນຍາ

ການໃຊ້ຈ່າຍຂອງຄົວເຮືອນຍີ່ປຸ່ນຫຼຸດລົງ 6.8% ໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍວ່າ: ການໃຊ້ຈ່າຍຂອງຄົວເຮືອນຕົວຈິງຂອງຍີ່ປຸ່ນ ໃນເດືອນກັນຍາຜ່ານມາ ຫຼຸດລົງ 6.8% ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຕິດຕໍ່ກັນເປັນເດືອນທີ 10 , ຍ້ອນວ່າສະພາບອາກາດທີ່ບໍ່ເອື້ອອຳນວຍສົ່ງຜົນກະທົບຕໍ່ການບໍລິໂພກໃນຫຼາຍຂະແໜງການ.
ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 8 ພະ​ຈິກ​ ຜ່ານມາ (​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ), ​ເກີດອຸ​ບັດ​ເຫ​ດ​ລົດ​ໄຟ​ຕົກ​ລາງ​​ຢູ່​ເຂດ​ເອັນ​ອາ​ຢັດ ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວຫຼັງ​ຈາກ​ການ​ປິ່ນ​ປົວ.
ສິງກະໂປ ແລະ ມາເລເຊຍ ເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນ

ສິງກະໂປ ແລະ ມາເລເຊຍ ເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ສິງກະໂປ ແລະ ມາເລເຊຍ ປະກາດແຜນການທີ່ຈະເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນທີ່ໄດ້ຮັບອະນຸຍາດ ຈາກ 300 ຄັນ ເປັນ 500 ຄັນຕໍ່ປະເທດ ຊຶ່ງຈະເລີ່ມແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ, ເພື່ອເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງສອງປະເທດ. ໂດຍຖະແຫຼງການຮ່ວມຈາກກະຊວງຂົນສົ່ງຂອງທັງສອງປະເທດໄດ້ລະບຸວ່າໂຄຕ້າທີ່ເພີ່ມຂຶ້ນພາຍໃຕ້ໂຄງການລົດແທັກຊີ່ຂ້າມຊາຍແດນຈະຊ່ວຍໃຫ້ລົດແທັກຊີ່ໄດ້ເຂົ້າຮ່ວມຫຼາຍຂຶ້ນ ແລະ ປັບປຸງຄວາມສາມາດໃນການຂົນສົ່ງຜູ້ໂດຍສານ.
ຈີນ ​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳກຸ່ມ​ທີ 29 ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍຈະຫຼວດສົ່ງຍານ CZ-12

ຈີນ ​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳກຸ່ມ​ທີ 29 ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍຈະຫຼວດສົ່ງຍານ CZ-12

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນເວ​ລາ 4 ໂມງ 24 ນາ​ທີ​ຂອງວັນ​ທີ 9 ພ​ະ​ຈິກ​ ຜ່ານມາ, ຢູ່​ສະ​ໜາມ​ຍິງ​ສົ່ງ​ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ໄຫຫຼຳ, ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳ​​ສຳ​ລັບອິນ​ເຕີ​​ເນັດກຸ່ມ​ທີ 29 ດ້ວຍຈະຫຼວດສົ່ງຍານ CZ-12. ​ດາວ​ທຽມ​ໄດ້ເຂົ້າສູ່ວົງໂຄຈອນທີ່​ກຳ​ນົດ​ໄວ້ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ​ການ​ຍິງ​ສົ່ງ​ຄັ້ງ​ນີ້ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ດາວ​ທຽມ​ດັ່ງ​ກ່າວ​​ໄດ້​ຮັບ​ຄວາມ​ຮັບ​ຜິດ​ຊອບ​ລວມ​ໃນການ​ຄົ້ນ​ຄວ້າ ແລະ ຜະ​ລິດ​ໂດຍ​ສະ​ຖາ​ບັນ​ເລກ​ທີ 5 ຂອງ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາ​ແຫ່ງ​ຊາດຫວຽດນາມໄດ້ຮັບ​ຮອງ​ເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ໃນວັນທີ 9 ພະຈິກ ຜ່ານມາ. ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່ເຂົ້າຮ່ວມ 471/471 ທ່ານ ​ໄດ້ລົງຄະ​ແນນ​ສຽງ​ເຫັນດີ, ກວມເອົາ 94.2% ຂອງ​ຈຳ​ນວນ​ສະ​ມາ​ຊິກ​ສະພາແຫ່ງຊາດທັງໝົດ.
ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 8 ພະ​ຈິກ​ ຜ່ານມາ (​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ), ​ເກີດອຸ​ບັດ​ເຫ​ດ​ລົດ​ໄຟ​ຕົກ​ລາງ​​ຢູ່​ເຂດ​ເອັນ​ອາ​ຢັດ ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວຫຼັງ​ຈາກ​ການ​ປິ່ນ​ປົວ.
ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ຄະນະພັກ ແລະ ລັດຖະບານເມືອງຊິນໂຈວ ໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການພັດທະນາອຸດສາຫະກໍາເຄື່ອງປັ້ນດິນເຜົານີຊິງ ເຮັດໃຫ້ອຸດສາຫະກໍາວັດທະນະທໍາກັບມາມີຊີວິດຊີວາອີກຄັ້ງ.
ເພີ່ມເຕີມ