ຂ່າວລະບຸວ່າ: ຈະຫຼວດສົ່ງຍານ CZ-12 ໄດ້ຮັບຄວາມຮັບຜິດຊອບລວມໃນການຄົ້ນຄວ້າ ແລະ ການຜະລິດ ໂດຍບໍລິສັດຈະຫຼວດທາງການຄ້າທີ່ຂຶ້ນກັບກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ, ຄົ້ນຄວ້າ ແລະ ຜະລິດໂດຍສະຖາບັນເລກທີ 8, ມີຄວາມຍາວປະມານ 62 ແມັດ, ແມ່ນຈະຫຼວດສົ່ງຍານລຳທຳອິດຂອງຈີນທີ່ມີເສັ້ນຜ່ານສູນກາງຂັ້ນ 4 ແມັດ ແລະ ແບບແກນດຽວ. ນີ້ແມ່ນການປະຕິບັດພາລະກິດຍິງສົ່ງຄັ້ງທີ 676 ຂອງຈະຫຼວດສົ່ງຍານລະບົບ CZ.
ການໃຊ້ຈ່າຍຂອງຄົວເຮືອນຍີ່ປຸ່ນຫຼຸດລົງ 6.8% ໃນເດືອນກັນຍາ
ຂ່າວຕ່າງປະເທດລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍວ່າ: ການໃຊ້ຈ່າຍຂອງຄົວເຮືອນຕົວຈິງຂອງຍີ່ປຸ່ນ ໃນເດືອນກັນຍາຜ່ານມາ ຫຼຸດລົງ 6.8% ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຕິດຕໍ່ກັນເປັນເດືອນທີ 10 , ຍ້ອນວ່າສະພາບອາກາດທີ່ບໍ່ເອື້ອອຳນວຍສົ່ງຜົນກະທົບຕໍ່ການບໍລິໂພກໃນຫຼາຍຂະແໜງການ.
ຄໍາເຫັນ