ຂ່າວລະບຸວ່າ: ຕາມມະຕິທີ່ໄດ້ຮັບການຮັບຮອງເອົາ, ຍອດລາຍຮັບງົບປະມານແຫ່ງລັດ ປີ 2027 ແມ່ນ 3,3 ລ້ານຕື້ກວ່າດົງ (130.3 ຕື້ໂດລາ); ຍອດລາຍຈ່າຍງົບປະມານແຫ່ງລັດໄດ້ຕົກລົງຢູ່ລະດັບ 4 ລ້ານຕື້ກວ່າດົງ (156.53 ຕື້ໂດລາ). ມະຕິຮຽກຮ້ອງໃຫ້ປະຕິບັດການປະຢັດນັບແຕ່ຂັ້ນຕອນການຈັດແບ່ງງົບປະມານ ປີ 2027.
ກ່ຽວກັບໜ້າທີ່ເກັບລາຍຮັບງົບປະມານ, ລັດຖະບານຈະສືບຕໍ່ຄົ້ນຄວ້າ, ສ້າງລະບົບກົດໝາຍວ່າດ້ວຍພາສີອາກອນ, ນະໂຍບາຍລາຍຮັບໃຫ້ສົມບູນແບບ ແລະ ຄົບຊຸດ ຕາມທິດໂປ່ງໃສ, ທັນສະໄໝ, ມີປະສິດທິພາບ, ປະສິດທິຜົນ, ສ້າງສະພາບການແກ່ງແຍ້ງທີ່ສະເໝີພາບ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ-ສັງຄົມ. ສູ້ຊົນເພີ່ມການເກັບລາຍຮັບງົບປະມານແຫ່ງລັດໃນປີ 2027 ຂຶ້ນປະມານ 9.1% ເມື່ອທຽບກັບປີ 2026.
ກ່ຽວກັບນະໂຍບາຍເງິນເດືອນ ແລະ ສະຫວັດດີການສັງຄົມ, ມະຕິໄດ້ເປີດກວ້າງຂອບເຂດການນຳໃຊ້ເງິນສະສົມເພື່ອປະຕິຮູບເງິນເດືອນຂອງງົບປະມານສູນກາງ ແລະ ເພື່ອປັບປຸງເງິນອຸດໜູນບຳນານ, ໜູນຊ່ວຍປະກັນໄພສັງຄົມ, ເງິນອຸດໜູນປະຈຳເດືອນ, ກ່ຽວກັບລາຍຈ່າຍໃຫ້ແກ່ການລົງທຶນໃນການພັດທະນາ, ລັດຖະບານໄດ້ສຸມໃສ່ຜັນຂະຫຍາຍແຜນການລົງທຶນສາທາລະນະໄລຍະກາງ ສຳລັບໄລຍະ 2026 - 2030.
ຄໍາເຫັນ