![]() |
ກິດຈະກຳຄັ້ງນີ້, ຈັດຂຶ້ນພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ໂດຍນຳໃຊ້ກິລາເປັນສື່ກາງເຊື່ອມໂຍງມິດຕະພາບ ແລະ ຄວາມສຳພັນລະຫວ່າງແຂວງນະຄອນພະນົມ ປະເທດໄທ ກັບແຂວງຄຳມ່ວນ ສປປ ລາວ ພ້ອມທັງເຜີຍແຜ່ສະເໜ່ການທ່ອງທ່ຽວລຽບຕາມສາຍແມ່ນ້ຳຂອງ ຜ່ານປະສົບການການແລ່ນເທິງເສັ້ນທາງທີ່ເຊື່ອມຕໍ່ກັບຂົວມິດຕະພາບໄທ-ລາວ ແຫ່ງທີ 3 ນະຄອນພະນົມ-ຄຳມ່ວນ ຊຶ່ງເປັນຈຸດເດັ່ນສຳຄັນຂອງງານ ເປີດໂອກາດໃຫ້ນັກແລ່ນໄດ້ສຳຜັດກັບບັນຍາກາດ ແລະ ທິວທັດອັນເປັນເອກະລັກຂອງສອງປະເທດ.
![]() |
ສຳລັບການແຂ່ງຂັນແບ່ງອອກເປັນ 3 ປະເພດ ຄື: ຮາຟມາຣາທອນ ໄລຍະທາງ 21,1 ກິໂລແມັດ, ມິນິມາຣາທອນ 10 ກິໂລແມັດ ແລະ ຟັນຣັນ 5 ກິໂລແມັດ. ໂດຍມີຈຸດປ່ອຍຕົວ ແລະ ເສັ້ນໄຊຢູ່ບໍລິເວນເດີ່ນຈອດລົດບັນທຸກ ດ່ານຊາຍແດນໄທ-ລາວ ແຂວງນະຄອນພະນົມ.
![]() |
ນອກຈາກຈະເປັນກິດຈະກຳກິລາທີ່ສ້າງປະສົບການໃໝ່ໃຫ້ນັກແລ່ນແລ້ວ ຍັງເປັນກົນໄກສຳຄັນໃນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງແຂວງນະຄອນພະນົມ ໂດຍຊ່ວຍສ້າງໂອກາດໃຫ້ຜູ້ປະກອບການໂຮງແຮມ, ທີ່ພັກ, ຮ້ານອາຫານ, ຮ້ານກາເຟ ແລະ ຮ້ານຄ້າຊຸມຊົນ ໄດ້ຮັບປະໂຫຍດຈາກການເດີນທາງຂອງນັກແລ່ນ ແລະ ນັກທ່ອງທ່ຽວ ພ້ອມທັງຕໍ່ຍອດການສ້າງລາຍຮັບ ແລະ ກະຈາຍເງິນສູ່ເສດຖະກິດຮາກຖານ.
![]() |
ຂ່າວ : ມະນີວັນ




ຄໍາເຫັນ