![]() |
ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສີໃສ ລືເດດມູນສອນ ທີ່ໃຫ້ການສະໜັບສະໜູນ ສາຍພົວພັນສອງຝ່າຍ ແລະ ສະແດງຄວາມຍິນດີຕໍ່ຄວາມຄືບໜ້າ ນັບຕັ້ງແຕ່ການພົບປະຄັ້ງກ່ອນ ໃນເດືອນພຶດ ສະພາ 2026. ອົສຕຣາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນຫຼັກສູດພາສາອັງກິດ ສໍາລັບພະນັກງານ-ລັດຖະ ກອນລາວສະບັບປັບປຸງ ລວມທັງຜ່ານການຮ່ວມມືກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ກະຊວງການຕ່າງປະເທດ. ໂດຍຜ່ານໂຄງການສະຖາບັນ ລາວ-ອົສຕຣາລີ, ອົສຕຣາລີ ຍັງໄດ້ຄົ້ນຄວ້າພິຈາລະ ນາການສະໜັບສະໜູນດ້ານພາສາອັງກິດເພີ່ມເຕີມ, ໂດຍອີງໃສ່ຄວາມຕ້ອງການຂອງພະນັກງານ-ລັດຖະກອນ ລາວ.
ທ່ານທູດກ່າວວ່າ ອົສຕຣາລີ ມີຄວາມຍິນດີ ທີ່ໄດ້ສະໜັບສະໜູນພະນັກງານຂອງຄະນະຈັດຕັ້ງສູນກາງ ພັກ ຜ່ານຫຼັກສູດຝຶກອົບຮົມໄລຍະສັ້ນ, ການທັດສະນະສຶກສາ ແລະ ໃນການພັດທະນາທັກສະການເປັນຜູ້ນໍາ, ລວມທັງທັກສະການເປັນຜູ້ນຳທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນ ເຖິງໂຄງການພັດທະນາຄວາມເປັນຜູ້ນໍາຂອງແມ່ຍິງຂອງໂຄງການສະຖາບັນລາວ-ອົສຕຣາລີ ຊຶ່ງໄດ້ເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ທີ່ເປັນຜູ້ນໍາ ທັງໃນພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ.
ທ່ານ ນາງ ສີໄສ ລືເດດມູນສອນ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນຂົງເຂດດັ່ງກ່າວ ແລະ ໄດ້ຊຸກຍູ້ໃຫ້ອົສຕຣາລີສືບຕໍ່ຮັກສາການຮ່ວມມືຢ່າງໃກ້ຊິດກັບຄະນະຈັດຕັ້ງສູນກາງພັກ; ທ່ານໄດ້ສະເໜີບຸລິມະສິດ ສໍາລັບການຮ່ວມມືໃນຕໍ່ໜ້າ ລວມມີການຂະຫຍາຍການຝຶກອົບຮົມພາສາອັງກິດ, ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ແມ່ຍິງທີ່ເປັນຜູ້ນໍາໃຫ້ເຂັ້ມແຂງຂຶ້ນ, ການແລກປ່ຽນລະຫວ່າງອົງກອນ ເພີ່ມເຕີມ, ແລະ ການສະໜັບສະໜູນ ການເປັນເຈົ້າພາບຂອງ ສປປ ລາວ ໃນການຈັດກອງປະຊຸມການຮ່ວມມື ອາຊຽນດ້ານວຽກງານລັດຖະກອນ ໃນປີ 2028.
ນອກຈາກນີ້, ການປຶກສາຫາລື ຍັງໄດ້ເນັ້ນເຖິງການຮ່ວມມື ຜ່ານສະມາຄົມມິດຕະພາບ ລາວ -ອົສຕຣາລີ; ໃນປີ 2026, ອົສຕຣາລີ ໄດ້ສະໜັບສະໜູນການຈັດກອງປະຊຸມສໍາມະນາ ດ້ານພູມສາດ ເສດຖະກິດ ຈໍານວນ 5 ຄັ້ງ, ລວມທັງການຮ່ວມມືກັບສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາ ບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການຕ່າງປະເທດ. ການທັດສະນະ ສຶກສາໃນໄລ ຍະຜ່ານມາ ຍັງໄດ້ເສີມສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ກ່ຽວກັບລະບົບການເມືອງ, ອົງກອນ ແລະ ບຸລິມະ ສິດ ດ້ານນະໂຍບາຍ ຂອງ ອົສຕຣາລີ ແລະ ສປປ ລາວ.
ທ່ານ ນາງ ສີໄສ ລືເດດມູນສອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານທູດ ແລະ ສະຖານທູດອົສຕຣາລີ ທີ່ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນສອງຝ່າຍ. ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າການ ຮ່ວມມື ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ອົສຕຣາລີ ແລະ ສປປ ລາວ ຈະສືບຕໍ່ຂະຫຍາຍ ຕົວໂດຍມີພື້ນຖານຈາກຄໍາໝັ້ນສັນຍາຮ່ວມກັນ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ສະຖາບັນຕ່າງໆ.
(ແຫຼ່ງຂ່າວ: ສະຖານທູດອົສຕຣາລີ)

ຄໍາເຫັນ