![]() |
ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາຕົວແທນຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ໃນນັ້ນລວມມີກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາ ທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນແມ່ຍິງລາວ ເພື່ອປຶກສາຫາລືຜົນ ເບື້ອງຕົ້ນ ແລະ ບັນດາຕົວຊີ້ບອກຂອງບົດລາຍງານດັ່ງກ່າວ ຊຶ່ງເປັນບາດກ້າວອັນ ສຳຄັນໃນການຫັນ ປ່ຽນຂໍ້ມູນດ້ານປະຊາກອນໃຫ້ກາຍເປັນນະໂຍບາຍແຫ່ງຊາດທີ່ສາມາດນຳໄປຈັດຕັ້ງປະຕິບັດໄດ້. ພ້ອມ ດຽວກັນນີ້, ຍັງມີຜູ້ຕາງໜ້າຈາກສະຖາບັນການສຶກສາ ແລະ ສະຖາບັນຄົ້ນຄວ້າ, ບັນດາຄູ່ຮ່ວມພັດທະ ນາຕະຫຼອດຮອດຜູ້ໃຫ້ທຶນເຂົ້າຮ່ວມ.
ສຳລັບສົກປີ 2026-2027 ນີ້, ມີບົດລາຍງານທີ່ຖືກຮັບຮອງເປັນບຸລິມະສິດຄື: ບົດລາຍງານກ່ຽວ ກັບການເກີດ ແລະ ການແຕ່ງງານ, ການຕາຍ, ການຍົກຍ້າຍຖິ່ນຖານ ແລະ ການຫັນເປັນຕົວເມືອງ ແລະ ການຄາດຄະເນປະຊາກອນ. ບົດລາຍງານເຫຼົ່ານີ້ແມ່ນສ່ວນໜຶ່ງຂອງບົດລາຍງານຫົວຂໍ້ສະເພາະ ທັງໝົດ 12 ບົດລາຍງານທີ່ຈະຖືກຂຽນຂຶ້ນພາຍໃຕ້ຂອບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດຄັ້ງທີ 5 ປີ 2025.
![]() |
ໃນບົດກ່າວເປີດກອງປະຊຸມ, ທ່ານ ວິໄລສຸກ ສີສຸລາດ ຮອງຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດກະຊວງການເງິນ, ໄດ້ເນັ້ນໜັກເຖິງການຫັນປ່ຽນຈາກສະຖິຕິພື້ນຖານໄປ ສູ່ການສ້າງນະໂຍບາຍທີ່ສາມາດນຳໄປຈັດຕັ້ງປະຕິບັດໄດ້.
“ເຖິງແມ່ນວ່າບົດລາຍງານການສຳຫຼວດພົນລະເມືອງຈະສະແດງໃຫ້ພວກເຮົາເຫັນພາບລວມຂອງ ປະຊາກອນ, ແຕ່ການສຶກສາລົງເລິກຕາມຫົວຂໍ້ສະເພາະເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈທ່າອ່ຽງການ ປ່ຽນແປງໃນບັນດາຂົງເຂດຕົ້ນຕໍ. ຄຳຄິດເຫັນ ແລະ ຂໍ້ສະເໜີທີ່ໄດ້ຮັບໃນມື້ນີ້ຈະຮັບປະກັນໃຫ້ບົດ ລາຍງານເຫຼົ່ານີ້ກາຍເປັນຄູ່ມືຕົວຈິງໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ X ແລະ ເປັນບ່ອນອີງໃນການຈັດສັນຊັບພະຍາກອນເຂົ້າໃນການພັດທ້ອງຖິນທີ່ມີຄວາມຕ້ອງການໃນແຂວງ ຕ່າງໆ,”.
ໃນກອງປະຊຸມດ້ານວິຊາການພາກເຊົ້າ, ຊ່ຽວຊານສາກົນໄດ້ນຳສະເໜີຜົນເບື້ອງຕົ້ນກ່ຽວ ກັບຕົວຊີ້ວັດຫຼັກດ້ານປະຊາກອນສຳລັບການເກີດ, ການແຕ່ງງານ ແລະ ການຕາຍຢູ່ ສປປ ລາວ. ຊ່ຽວຊານດ້ານວິຊາການ ທ່ານ ຣາຟຮັກເກີດ (Ralph Hakkert) ແລະ ທ່ານ ເບັນຈາຣາບີ (Ben Jarabi) ໄດ້ລົງເລິກລາຍລະອຽດກ່ຽວກັບບັນດາຕົວຊີ້ວັດທີ່ສຳຄັນລວມທັງອັດຕາການເກີດ, ຮູບແບບການ ແຕ່ງດອງ, ແລະ ທ່າອ່ຽງການເກີດລູກໃນໄວໜຸ່ມ. ຫຼັງຈາກນັ້ນ, ກໍໄດ້ມີການສະເໜີຜົນໄດ້ຮັບຫຼັກ ກ່ຽວກັບອັດຕາການຕາຍຂອງເດັກອ່ອນ, ເດັກນ້ອຍ ແລະ ແມ່ ຊຶ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການ ປະເມີນການສະໜອງການບໍລິການ ແລະ ຄວາມສະເໝີພາບດ້ານສຸຂະພາບໃນທົ່ວປະເທດ.
ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນ ແລະ ຂໍ້ສະເໜີແນະຕໍ່ກັບຜົນເບື້ອງຕົ້ນ, ບັນດາຕົວຊີ້ວັດ, ແລະ ວິທີການວິເຄາະ. ກອງປະຊຸມໄດ້ປິດລົງດ້ວຍການປຶກສາຫາລືດ້ານວິຊາການ ກ່ຽວກັບການເຊື່ອມໂຍງຂໍ້ມູນການສຳຫຼວດພົນລະເມືອງໂດຍກົງເຂົ້າກັບເຄື່ອງມືແຜນທີ່ດີຈີຕອນເພື່ອໃຫ້ສາມາດສະແດງຜົນເປັນພາບ ແລະ ນຳໃຊ້ໄດ້ໃນລະດັບແຂວງ ແລະ ເມືອງ.
ສຳລັບແຜນການໃນອະນາຄົດຄຳຄິດເຫັນຈາກການປຶກສາຫາລືຄັ້ງນີ້ຈະຖືກນຳໄປປະກອບເຂົ້າໃນ ຮ່າງບົດລາຍງານຫົວຂໍ້ສະເພາະ. ບົດລາຍເຫຼົ່ານີ້ຈະຖືກປັບປຸງໃຫ້ສົມບູນ ແລະ ເຜີຍແຜ່ຢ່າງເປັນ ທາງການໃນປີ 2027. ຜົນຂອງບົດລາຍງານດັ່ງກ່າວຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ຂໍ້ມູນແຫ່ງຊາດ ແລະ ສະໜັບສະໜູນຄວາມພະຍາຍາມໃນການປັບປຸງວຽກງານສາທາລະນະສຸກ, ລວມ ທັງສຸຂະພາບ ແລະ ສິດທິທາງເພດແລະການຈະເລີນພັນ, ພ້ອມທັງສ້າງກາລະໂອກາດການພັດທະ ນາໃຫ້ແກ່ແມ່ຍິງ, ເດັກຍິງແລະຊາວໜຸ່ມໃນທົ່ວສປປລາວ.
(ແຫຼງຂ່າວ: UNFPA)


ຄໍາເຫັນ