ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ທ່ານ ເພັດສະໝອນ ແພງສຸລິພັນ ຫົວໜ້າຂະແໜງອາຫານ ແລະ ຢາ ລາຍງານວ່າ: ນັບແຕ່ວັນທີ 27-30 ຕຸລາ 2026 ຂະແໜງອາຫານ ແລະ ຢາ ພ້ອມດ້ວຍຄະນະກຳມະການຕິດຕາມ ກວດກາ ແລະ ຊຸກຍູ້ ໄດ້ລົງເຄື່ອນໄຫວກວດກາສານປົນເປື້ອນໃນອາຫານ, ອາຫານເຊື່ອມຄຸນນະພາບ ແລະ ອາຫານໝົດອາຍຸການນໍາໃຊ້ ຊຶ່ງໄດ້ມີການຕິດຕາມ ກວດກາ ຢູ່ຕາມຫ້າງຮ້ານຂາຍຍົກ-ຂາຍຍ່ອຍ, ຕະຫຼາດສົດເທສະບານແຂວງ ລວມທັງການຈໍລະຈອນສິນຄ້າມີຈຳນວນ 54 ຮ້ານ, ໄດ້ກວດພົບສິນຄ້າໝົດອາຍຸໃນ 42 ຮ້ານ, ມີ 209 ລາຍການ ລວມມູນຄ່າ 32,883,000 ກີບ; ພົບການລັກລອບນຳເຂົ້າສິນຄ້າ ທີ່ບໍ່ໄດ້ຮັບອະນຸຍາດ ມາວາງຂາຍອີກຈຳນວນໜຶ່ງ. ທັງນີ້, ເພື່ອຊຸກຍູ້ໃຫ້ຜູ້ປະກອບການຜະລິດ ແລະ ຜູ້ປະກອບການຂາຍສະບຽງອາຫານ ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງ ສອດ ຄ່ອງຕາມລະບຽບຫຼັກການ ເພື່ອຮັບປະກັນຄຸນນະພາບອາຫານ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.
 |
| |
ທ່ານ ນາງ ລຳພັນ ໄຊຄຳມີ ກ່າວວ່າ: ຄະນະພັກ-ຄະນະນໍາ ພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ຂະແໜງອາຫານ ແລະ ຢາ ລົງເຮັດໜ້າທີ່ ພ້ອມຄະນະກຳມະການ ເພື່ອຕິດຕາມ ກວດກາ ບັນດາສິນຄ້າຕ່າງໆ ຕາມຫ້າງຮ້ານໃນແຕ່ລະໄລຍະ. ທັງນີ້, ເພື່ອຊຸກຍູ້ໃຫ້ຜູ້ປະກອບການຜະລິດ ແລະ ຜູ້ປະກອບການຂາຍສະບຽງອາຫານ ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບຫຼັກ ການ ເພື່ອຮັບປະກັນຄຸນນະພາບອາຫານ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.
ໃນຕໍ່ໜ້າ, ຂະແໜງການກ່ຽວຂ້ອງ ແລະ ຄະນະກຳມະການ ຈະໄດ້ສືບຕໍ່ປະສານສົບທົບກັນ ລົງເຄື່ອນໄຫວກວດກາສິນຄ້າທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ ພ້ອມນຳເອົານິຕິກຳທີ່ກ່ຽວພັນ ລົງເຜີຍແຜ່ຜັນຂະຫຍາຍ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ຜູ້ປະກອບການຢ່າງກ້ວາງຂວາງ. ຮຽກຮ້ອງມາຍັງເຈົ້າຂອງຮ້ານຄ້າຕ່າງໆ ຈົ່ງເປັນເຈົ້າການ ຊ່ວຍກັນໃນການປະຕິບັດລະບຽບຫຼັກການ, ຂາຍສິນຄ້າທີ່ມີຄຸນນະພາບ, ຊື້ຜະລິດຕະພັນຈາກແຫຼ່ງຜະລິດທີ່ຖືກຕ້ອງ, ມີສະຫຼາກລະບຸວັນ, ເດືອນ, ປີຜະລິດ ແລະ ວັນ, ເດືອນ, ປີໝົດອາຍຸການນໍາໃຊ້. ນອກນັ້ນ, ກໍຕ້ອງມີເອກະສານທະບຽນການຄ້າຖືກຕ້ອງ ເພື່ອອໍານວຍຄວາມສະດວກໃນການກວດກາສິນຄ້າຢ່າງຖືກຕ້ອງຕາມລະບຽບການ.
ຂ່າວ: ອັດສະວິນ
ຄໍາເຫັນ