![]() |
ໃນໂອກາດດັ່ງກ່າວ, ທ່ານ ຄຳສວຍ ຊາພິຈິດ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ: ວຽກງານການປິ່ນປົວ ແລະ ບໍລິການຢູ່ຂັ້ນໂຮງໝໍເມືອງ ແມ່ນວຽກງານໜຶ່ງທີ່ສຳຄັນໃນການຮັກສາ ແລະ ດູແລສຸຂະພາບຂອງຄົນເຈັບທີ່ເຂົ້າມານຳໃຊ້ບໍລິການ. ໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ສຸມໃສ່ໃຫ້ປະຊາຊົນໃນຂອບເຂດທົ່ວເມືອງ ແລະ ເຂດກັນດານ ເຂົ້າເຖິງການປິ່ນປົວ, ການກວດ, ການບົ່ງມະຕິ, ການຟື້ນຟູຮ່າງກາຍ, ການສົ່ງເສີມສຸຂະພາບແມ່ ແລະ ເດັກ.
ທ່ານ ຄຳສວຍ ຊາພິຈິດ ຍັງໄດ້ຊີ້ໃຫ້ເຫັນຕື່ມກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ "5 ດີ 1 ພໍໃຈ" ຂອງກະຊວງສາທາລະນະສຸກ ແລະ ວຽກງານ "5 ສ" ຂອງພະຍາບານ ໂດຍຖືເອົາການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນ, ຖືເອົາການປິ່ນປົວທີ່ມີຄຸນນະພາບ ແລະ ສະໜອງການບໍລິການຢ່າງທົ່ວເຖິງເປັນບັນຫາສຳຄັນ ໃຫ້ສົມກັບຄຳຂວັນທີ່ວ່າ: "ການບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຊ່ວຍແກ້ໄຂການເຈັບເປັນໄດ້ສ່ວນໃດໜຶ່ງ, ເຮັດວຽກດ້ວຍຄວາມຊື່ສັດສຸດຈະຣິດ ຄືບາດກ້າວທຳອິດຂອງການປິ່ນປົວທີ່ຖືກຕ້ອງ".
ທ່ານ ແສນປະເສີດ ອອມຊັບ ຄະນະອຳນວຍການໂຮງໝໍເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂດຍສັງເຂບວ່າ: ຜົນງານການບໍລິການດ້ານສາທາລະນະສຸກ ການກວດ ແລະ ປິ່ນປົວ: ກວດເຂດນອກ 5 ປີ ມີ 1,528 ຄົນ, ເດັກລຸ່ມ 5 ປີ ມີ 274 ຄົນ. ກວດເລືອດ 5,498 ຄົນ, ເຮັດເອໂກ (Ultrasound) 2,068 ຄົນ. ນອນໂຮງໝໍ: ທັງໝົດ 1,470 ຄົນ (5 ປີ ມີ 1,042 ຄົນ, ເດັກລຸ່ມ 5 ປີ ມີ 428 ຄົນ), ອັດຕາຄອງຕຽງ ເທົ່າກັບ 44.4%. ການຜ່າຕັດ: ທັງໝົດ 139 ກໍລະນີ (ໃນນັ້ນ ຜ່າຕັດເກີດລູກ 72 ກໍລະນີ). ວຽກງານແມ່ ແລະ ເດັກ: ຝາກທ້ອງ 2,023 ຄົນ, ກວດເດັກ 811 ຄົນ, ເກີດລູກ 417 ຄົນ. ການບໍລິການປະກັນສຸຂະພາບ: ໃຫ້ບໍລິການຜູ້ໃຊ້ສິດປະກັນສຸຂະພາບ ແລະ ປະຊາຊົນ/ຜູ້ຈ່າຍເອງ ທັງໝົດ 14,446 ເທື່ອຄົນ (ເຂດນອກ 12,373 ເທື່ອຄົນ, ນອນປິ່ນປົວ 2,073 ເທື່ອຄົນ). ພະຍາດລະບາດ: ພົບຜູ້ປ່ວຍໄຂ້ຍຸງລາຍ 107 ກໍລະນີ (ສົ່ງຕໍ່ແຂວງ 10 ກໍລະນີ), ຖອກທ້ອງກະທັນຫັນ 96 ກໍລະນີ, ອັກເສບປອດ 92 ກໍລະນີ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຄໍາເຫັນ