![]() |
ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນ ແລະ ຕັ້ງໜ້າຂອງທ່ານທູດ ຕະຫຼອດໄລຍະການມາຮັບໜ້າທີ່ ຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໂດຍສະເພາະແມ່ນການຊຸກຍູ້ການຮ່ວມມືໃນຂົງເຂດ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ກະສິກຳ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ ລວມທັງການສົ່ງຊ່ຽວຊານ ແລະ ອາສາສະໝັກ ມາຊ່ວຍເຫຼືອລາວ ຊຶ່ງລ້ວນແຕ່ແມ່ນຂົງເຂດທີ່ສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມນັ້ນ ທ່ານຍັງສະແດງຄວາມຫວັງວ່າ ພາຍຫຼັງກັບຄືນປະເທດ ທ່ານເອກອັກຄະຣາຊະທູດ ຍັງຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃຫ້ນັບມື້ຂະຫຍາຍຕົວ ແລະ ມີໝາກຜົນຍິ່ງໆຂຶ້ນ.
ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອໍາລາ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ພັກ ແລະ ລັດຖະບານລາວ ເວົ້າລວມ, ເວົ້າສະເພາະ ແມ່ນກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ລາວ, ຕີລາຄາສູງຕໍ່ການຍົກລະດັບສາຍພົວພັນໃຫ້ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃນປີ 2025 ເຮັດໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ທັງສາຍພັກ, ສາຍລັດ, ສະພາ ແລະ ການທູດປະຊາຊົນ.ພ້ອມນັ້ນ, ກໍສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ໃໝ່ຂອງຕົນ ແລະ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
ການຮ່ວມມື ແລະ ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຍີ່ປຸ່ນ ຖືເປັນໜຶ່ງໃນປະເທດຜູ້ໃຫ້ທຶນຊ່ວຍເຫຼືອລາຍໃຫຍ່ ແລະ ສຳຄັນຂອງ ສປປ ລາວ ໂດຍໄດ້ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ສະເລ່ຍປະມານ 80-90 ລ້ານໂດລາຕໍ່ປີ. ນອກຈາກນີ້, ນັບຕັ້ງແຕ່ປີ 1965 ເປັນຕົ້ນມາ ຈົນເຖິງປັດຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ຊ່ວຍເຫຼືອຢູ່ ສປປ ລາວ ລວມທັງໝົດ 1,141 ເທື່ອຄົນ ໃນຫຼາກຫຼາຍຂະແໜງການ, ມາເຖິງເດືອນກຸມພາ 2026 ນັກສຶກສາລາວ ພວມສຶກສາຢູ່ຍີ່ປຸ່ນ 152ຄົນຍິງ 80ຄົນ.
ດ້ານການຄ້າ: ມູນຄ່າການສົ່ງອອກສິນຄ້າຂອງລາວໄປຍີ່ປຸ່ນ ມີປະມານ 100 ລ້ານໂດລາ(ສິນຄ້າຫຼັກໄດ້ແກ່: ໄມ້ ແລະ ຜະລິດຕະພັນໄມ້, ເຄື່ອງເຟີນີເຈີ, ແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳ, ກາເຟ, ຜະລິດຕະພັນກະສິກຳ ແລະ ໂລຫະ). ຂະນະທີ່ມູນຄ່າການນຳເຂົ້າສິນຄ້າຈາກຍີ່ປຸ່ນ ມີປະມານ 160 ລ້ານໂດລາ(ສ່ວນໃຫຍ່ແມ່ນພາຫະນະ, ເຄື່ອງກົນຈັກ, ອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ, ເຄື່ອງພລາສະຕິກ ແລະ ເຄື່ອງໃຊ້ສອຍປະຈຳວັນ).
ດ້ານການລົງທຶນ: ຍີ່ປຸ່ນ ໄດ້ເຂົ້າມາລົງທຶນໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມຢູ່ ສປປ ລາວ ທັງໝົດ 91 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 134 ລ້ານກວ່າໂດລາ (ໃນນັ້ນ, ການລົງທຶນໂດຍກົງຈາກຍີ່ປຸ່ນ ມີມູນຄ່າ 121 ລ້ານກວ່າໂດລາ, ຈັດຢູ່ໃນອັນດັບທີ 14 ຂອງການລົງທຶນຕ່າງປະເທດທັງໝົດຢູ່ລາວ). ນອກຈາກນັ້ນ, ຍັງມີບໍລິສັດຍີ່ປຸ່ນເຂົ້າມາລົງທຶນໃນເຂດເສດຖະກິດພິເສດອີກ 57 ບໍລິສັດ (ບໍລິສັດຍີ່ປຸ່ນ 100% ມີ 41 ບໍລິສັດ ແລະ ຮ່ວມທຶນກັບລາວ 16 ບໍລິສັດ), ລວມມູນຄ່າການລົງທຶນ 183 ລ້ານໂດລາໂດຍເນັ້ນໃສ່ຂະແໜງອຸດສາຫະກຳ, ການຄ້າ ແລະ ການບໍລິການ.
ການພົວພັນຮ່ວມມືອັນຮອບດ້ານລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ບໍ່ພຽງແຕ່ນຳເອົາຜົນປະໂຫຍດຕົວຈິງມາສູ່ການພັດທະນາເສດຖະກິດ-ສັງຄົມຂອງທັງສອງປະເທດເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກອີກດ້ວຍ.
(ຂ່າວ: ແສງຈັນ)

ຄໍາເຫັນ