![]() |
ໃນພິທີ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ໄດ້ກ່າວຮັບໂຄງການຊຶ່ງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນກໍຄືອົງການ JICA ທີ່ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອເພື່ອປັບປຸງສະໜາມກິລາແຫ່ງນີ້ໃຫ້ມີຄວາມທັນສະໄໝ ແລະ ສາມາດຮອງຮັບການຝຶກຊ້ອມ ແລະ ການແຂ່ງຂັນກິລາໃນລະດັບຕ່າງໆພ້ອມທັງຢືນຢັນວ່າຈະເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ສະໜາມກິລາແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດ, ມີປະສິດທິຜົນແລະມີຄວາມຍືນຍົງ. ພ້ອມນີ້, ສະໜາມກິລາເຈົ້າອະນຸວົງຍັງຈະເປັນພື້ນຖານສຳຄັນໃນການພັດທະນານັກກິລາລາວໃຫ້ມີຄວາມສາມາດສູງຂຶ້ນຍົກລະດັບມາດຕະຖານການຝຶກຊ້ອມແລະການແຂ່ງຂັນເພື່ອກຽມພ້ອມຮອງຮັບການຈັດງານກິລາລະດັບພາກພື້ນແລະສາກົນໃນອະນາຄົດໂດຍສະເພາະການກະກຽມເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມຄັ້ງທີ 36 ແລະອາຊຽນພາຣາເກມຄັ້ງທີ 16 ທີ່ສປປລາວຈະເປັນເຈົ້າພາບໃນປີ 2031.
![]() |
ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງກະຊວງ ສສກ ລາຍງານໃຫ້ຮູ້ວ່າ: ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນຜ່ານອົງການ JICA ລວມມູນຄ່າໂຄງການທັງໝົດ 4,171 ລ້ານເຢນ (ປະມານ 27.50 ລ້ານໂດລາ) ການປັບປຸງສ້ອມແປງສະໜາມກິລາແຫ່ງນີ້ໄດ້ປັບປຸງລູ້ແລ່ນ-ລານແລະສະໜາມບານເຕະດ້ວຍຫຍ້າທຳມະຊາດຂະໜາດ 105x68 ແມັດ ພ້ອມລະບົບລະບາຍນໍ້າ, ບ່ອນນັ່ງຊົມສາມາດບັນຈຸໄດ້ 4,300 ຄົນ. ນອກຈາກນີ້, ຍັງມີສິ່ງອໍານວຍຄວາມສະດວກຕ່າງໆເປັນຕົ້ນຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນ້ຳຫ້ອງອາຫານທີ່ຮັບໄດ້ 100 ຄົນ, ຫ້ອງອອກກຳລັງກາຍ, ຫ້ອງເກັບມ້ຽນອຸປະກອນຫ້ອງປ່ຽນເຄື່ອງ, ຫ້ອງແພດ ແລະ ຫ້ອງຝຶກຊ້ອມ. ພ້ອມກັນນັ້ນ, ຍັງໄດ້ຕິດຕັ້ງລະບົບໄຟສ່ອງສະຫວ່າງລະດັບສູງປ້າຍໄຟ LED ສຳລັບສະແດງຄະແນນ ແລະ ລະບົບເຕືອນໄຟພ້ອມອຸປະກອນໄຟຟ້າອື່ນໆຢ່າງຄົບຖ້ວນ. ຈຸດເດັ່ນທີ່ສຳຄັນທີ່ສຸດຂອງການປັບປຸງຄັ້ງນີ້ແມ່ນການອອກແບບໃຫ້ເປັນສະໜາມກິລາແບບລວມສູນແຫ່ງທຳອິດຂອງລາວທີ່ສາມາດຮອງຮັບໄດ້ນັກກິລາທົ່ວໄປ ແລະ ນັກກິລາຄົນພິການໄດ້ຢ່າງສະດວກ ແລະ ສາມາດເຂົ້າເຖິງໄດ້ຢ່າງເທົ່າທຽມກັນປະກອບມີ: ລະບົບລິຟສຳລັບລໍ້ເລື່ອນຄົນພິການ ແລະ ບ່ອນນັ່ງສຳລັບຄົນພິການ.
![]() |
ຜົນສຳເລັດຂອງໂຄງການນີ້, ມີຄວາມໝາຍສຳຄັນຫຼາຍຕໍ່ ສປປ ລາວ ທາງດ້ານກິລາ ແລະ ການພັດທະນາຊັບພະຍາກອນມະນຸດສະໜາມກິລາແຫ່ງນີ້ຈະເປັນສູນກາງການຝຶກຊ້ອມ ແລະ ການແຂ່ງຂັນຂອງນັກກິລາທີມຊາດລາວ ແລະ ນັກກິລາຮຸ່ນຕ່າງໆ. ຄາດຄະເນຜູ້ໃຊ້ບໍລິການຈະເພີ່ມຂຶ້ນຈາກ 100,000 ຄົນຕໍ່ປີເປັນ 140,000 ຄົນຕໍ່ປີ. ພ້ອມນີ້, ຍັງມີແຜນຈະບັນຈຸເອົາສະໜາມກິລາເຈົ້າອະນຸວົງເປັນໜຶ່ງໃນສະໜາມຫຼັກສຳລັບການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມຄັ້ງທີ 36 ແລະ ອາຊຽນພາຣາເກມຄັ້ງທີ 16 ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031.
(ຂ່າວ: ວັນເພັງ, ພາບ: ສີພອນ)



ຄໍາເຫັນ