![]() |
ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ປະທານຄະນະກຳມະການປົກຄອງ 4 ຕາແສງ, ພະນັກງານ-ລັດຖະກອນ, ນັກທຸລະກິດ ຜູ້ປະກອບການ, ປະທານບ້ານພາຍໃນເທດສະບານເມືອງ, ພ້ອມດ້ວຍ 15 ຕຳແໜ່ງງານຂອງບ້ານ ແລະ ປະຊາຊົນບ້ານນາບອນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈຳປາທອງ ສີມມາລີ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຊົນລະປະທານ, ວຽກງານການສັກຢາກັນພະຍາດ ແລະ ວຽກງານສົ່ງເສີມການຜະລິດລະດູແລ້ງ ໃນ 1 ປີຜ່ານມາ ໃຫ້ຮູ້ວ່າ: ທົ່ວເມືອງມີຊົນລະປະທານທັງໝົດ 500 ແຫ່ງ (ໃນນີ້, ຝາຍຖາວອນ 17 ແຫ່ງ ແລະ ຝາຍຂອງປະຊາຊົນ 483 ແຫ່ງ), ສາມາດຫົດເນື້ອທີ່ນາໄດ້ 2,600 ກວ່າເຮັກຕາ (ເທົ່າກັບ 41.17%), ລະດູແລ້ງ 50 ເຮັກຕາ (ເທົ່າກັບ 0.78% ຂອງເນື້ອທີ່ນາທັງໝົດໃນທົ່ວເມືອງ);ໄດ້ສຳຫຼວດແລະສ້ອມແປງຈຸດທີ່ເປ່ເພໂຄງການອ່າງນ້ຳຕຳ,ໄດສູບນ້ຳ ຫາດແດງ, ນາທົ່ມ ແລະ ບ້ານແຄສຳເລັດມູນຄ່າ1,424,000,000ກວ່າກີບ.
ວຽກງານສັດຕະວະແພດ ທົ່ວເມືອງມີສັດລ້ຽງລວມທັງໝົດ 587,400ກວ່າໂຕ (ປະກອບມີ:ງົວ, ຄວາຍ, ແບ້, ໝູ ແລະ ສັດລ້ຽງອື່ນໆ), ມີສັດຕະວະແພດບ້ານທັງໝົດ 50 ຄົນ (ຍິງ 1 ຄົນ) ປະຈຳຢູ່ 47 ບ້ານ. ໃນໄລຍະ 10 ເດືອນຜ່ານມາ, ສາມາດສັກຢາປ້ອງກັນພະຍາດສັດລ້ຽງໄດ້ທັງໝົດ 16,600ກວ່າໂຕ (ເທົ່າກັບ 2.83% ຂອງຈຳນວນຝູງສັດ, ທຽບໃສ່ແຜນປະຕິບັດໄດ້ 3.24%).
ການຜະລິດລະດູແລ້ງ (ສົກປີ 2025-2026):ເຂົ້ານາແຊງແຜນການ 25 ເຮັກຕາ, ປະຕິບັດໄດ້ 14.23 ເຮັກຕາ (ເທົ່າກັບ 56.9%), ຜະລິດຕະພາບ 3.15 ໂຕນ/ເຮັກຕາ, ຜົນຜະລິດລວມ 45 ໂຕນ ແລະ ພືດລະດູແລ້ງແຜນການ 1,000 ເຮັກຕາ, ປະຕິບັດໄດ້ 900ກວ່າເຮັກຕາ (ເທົ່າກັບ 91%), ຜົນຜະລິດລວມທັງໝົດ 6,800ກວ່າໂຕນ.
ທ່ານ ສີຄານ ແກ່ນມະນີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດກະສິກຳໃຫ້ມີທັງປະລິມານ ແລະ ຄຸນນະພາບ, ຊຸກຍູ້ການປຸງແຕ່ງເພີ່ມມູນຄ່າສິນຄ້າ ເພື່ອຕອບສະໜອງການບໍລິໂພກພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.ເອົາໃຈໃສ່ນຳພາ-ຊີ້ນຳກຸ່ມຜູ້ໃຊ້ນ້ຳ ລົງສຳຫຼວດ ແລະ ສ້ອມແປງຈຸດເປ່ເພໃຫ້ທ່ວງທັນເວລາ, ອານາໄມຄອງເໝືອງ ແລະ ຄຸ້ມຄອງການແຈກຢາຍນ້ຳໃຫ້ທົ່ວເຖິງ.ສ່ວນເຂດນອກໂຄງການ ໃຫ້ຊ່ວຍກັນສ້າງຝາຍກັ້ນນ້ຳ ຫຼື ຄູກັ້ນນ້ຳຕາມທຳມະຊາດເພື່ອເກັບນ້ຳໄວ້ໃຊ້ໃນລະດູແລ້ງ,ສົ່ງເສີມການປູກພືດລະດູແລ້ງບ່ອນທີ່ມີເງື່ອນໄຂ ເພື່ອຮັບປະກັນສະບຽງອາຫານ ແລະ ສົ່ງອອກຂາຍຕ່າງເມືອງ; ຊຸກຍູ້ການລ້ຽງສັດແບບເປັນຟາມ, ເປັນກຸ່ມ ແລະ ສະຫະກອນ. ພ້ອມທັງເອົາໃຈໃສ່ຕິດຕາມສຸຂະພາບສັດ, ປູກຫຍ້າເປັນອາຫານສັດ, ອານາໄມຄອກ ແລະ ປະຕິບັດມາດຕະການແຍກປິ່ນປົວໃຫ້ທັນເວລາເມື່ອມີສັດເຈັບປ່ວຍ ເພື່ອສະກັດກັ້ນການລະບາດ.
ຂ່າວ: ແກ່ນທ້າວ

ຄໍາເຫັນ