ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ
ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ຮອງປະທານ ຜູ້ປະຈໍາການ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2026 ໄດ້ຖະແຫຼງຂ່າວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຕໍ່ສື່ມວນຊົນ ໃນວັນທີ 11 ພະຈິກນີ້ວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້, ຈະໄດ້ມີການວາງສະແດງສິນຄ້າທີ່ຫຼາກຫຼາຍປະເພດ, ຫຼາຍສີສັນຂອງສິນຄ້າ ທີ່ຈະໄດ້ມາຈັດວາງສະແດງ.

ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນແຕ່ລະປີ, ລ້ວນແຕ່ເປັນການສືບສານ ອະນຸລັກ, ຮັກສາ, ມໍຣະດົກທາງດ້ານວັດທະນາທໍາອັນລໍ້າຄ່າ, ຮີດຄອງປະເພນີ ທີ່ສືບທອດກັນມາແຕ່ບູຮານນະການ ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຕະຫຼອດໄປ. ຊຶ່ງງານບຸນນະມັດສະການພະທາດຫຼວງປີນີ້, ນະຄອນຫຼວງວຽງຈັນໄດ້ນຳເອົາສິນຄ້າ ທີ່ເປັນຜະລິດຕະພັນຂອງຄົນລາວເຮັດເອງ ມີຜະລິດຕະພັນຫຼາຍຊະນິດ ເປັນຕົ້ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນຄ້າໂອດັອບ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ໄດ້ມາຮ່ວມວາງສະແດງຈຳໜ່າຍສິນຄ້າພາຍໃນ ແລະ ຕ່າງປະເທດ ໃຫ້ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດ ໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນອີກດ້ວຍ.

ທ່ານກ່າວຕື່ມວ່າ: ຈຸດປະສົງລະດັບຄາດໜາຍຂອງການຈັດງານເພື່ອເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ກອງປະຊຸມ ສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດຊຸດທີ X, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທັງເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃນປີ 2026 ໃຫ້ເປັນຂະບວນຟົດຟື້ນ, ເພື່ອເປັນການອະນຸລັກ, ປົກປັກຮັກສາ, ສືບສານ ແລະ ສົ່ງເສີມມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມນະມັດສະການພະທາດຫຼວງ ເພື່ອເສີມສ້າງຄວາມສາມັກຄີຮັກແພງ ໃຫ້ມີບັນຍາກາດມ່ວນຊື່ນ, ສ້າງໂອກາດຊຸກຍູ້, ສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ, ສ້າງຄວາມເຂັ້ມແຂງໃຫ້ສິນຄ້າພາຍໃນ, ເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງນະຄອນຫຼວງວຽງຈັນ ແລະ ໂຄສະນາເຜີຍແຜ່ວຽກງານທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມໃຫ້ມີຕົວເລກສະຖິຕິເພີ່ມຂຶ້ນ ແລະ ມີການຈັບຈ່າຍຊື້-ຂາຍຫຼາຍຂຶ້ນ.

ງານດັ່ງກ່າວຈະໄດ້ເລີ່ມຂຶ້ນໃນລະຫວ່າງວັນທີ 20-24 ພະຈິກ 2026 (5ວັນ) ແລະ ມີກິດຈະກໍາດັ່ງນີ້: ວັນທີ 20 ພະຈິກພິທີເປີດງານບຸນນະມັດສະການພະທາດຫຼວງ ປີ 2026, ວັນທີ 23 ພະຈິກ ພິທີແຫ່ຜາສາດ ເຜິ້ງ, ວັນທີ 24 ພະຈິກພິທີໃສ່ບາດຖວາຍສັງຂະທານ, ແຂ່ງຂັນກິລາພື້ນບ້ານຕີຄີ ແລະ ຕອນຄໍ່າມີພິທີວຽນທຽນ, ຈູດທູບທຽນ, ຈູດບັ້ງໄຟສັກກະລະບູຊາອົງພະທາດ ແລະ ຄົບງັນຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາເປັນມື້ປິດງານ, ພາຍໃນງານຈະມີການສະແດງສິລະປະ-ວັນນະຄະດີ, ການສະແດງຟ້ອນ, ຂັບລຳຈາກກອງສິລະປະກອນສູນກາງ, ສິລະປະກອນກອງທັບ, ສິລະປະຈາກບັນດາເມືອງ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເພື່ອເຂົ້າຮ່ວມການສະແດງໃນແຕ່ລະວັນ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ​ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນ​ວັນ​ທີ 11 ພະ​ຈິກ​ນີ້ ທີ່ ບ້ານ​ນາ​ບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ
ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ພະນັກງານນໍາພາ-ຄຸ້ມຄອງຈຳ​ນວນ42 ສະຫາຍ ຂອງແຂວງສາລະວັນ ສຳເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຈະລົງປະຕິບັດວຽກງານຕົວຈິງ ຢູ່ 8 ເມືອງ, 38 ຕາແສງ ທົ່ວແຂວງສາລະວັນ, ເປັນບາດກ້າວໜຶ່ງທີ່ສຳຄັນ ເຮັດໃຫ້ໄດ້ຄົ້ນຄວ້າຮ່ຳຮຽນ ຢ່າງເລິກ​ເຊິ່ງ, ກຳໄດ້ເນື້ອໃນ ທີ່ເປັນພື້ນຖານຕ່າງໆ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວເຮັດວຽກຕົວຈິງ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳຕົວຈິງ ຫຼາຍດ້ານ ເປັນຕົ້ນ: ການສ້າງທັກສະ, ວິທີເຮັດວຽກເປັນທີມ, ເປັນໝູ່ຄະນະ, ມີແບບແຜນວິທີນໍາພາ, ທັກສະການແກ້ໄຂບັນຫາຕົວຈິງ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ, ກ່ອນຈະລົງປະຕິບັດຕົວຈິງ.
ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານ​ມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນພ້ອມ​ຄະ​ນະ​ຕິດ​ຕາມ​ນຳ
ແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 11 ພະຈິກນີ້, ແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊສົມບູນ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ເພີ່ມເຕີມ