![]() |
ທ່ານ ວັນດີ ກວາງວິວັນ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈໍາກັດ ໄດ້ລາຍງານສະພາບລວມຂອງບໍລິສັດ, ການດຳເນີນງານ ຂະບວນການຜະລິດ, ລະບົບໂຮງງານ, ມາດຕະການຮັກສາຄວາມປອດໄພ, ມາດຕະການຮັກສາສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະການສະໜັບສະໜູນທ້ອງຖິ່ນ ພ້ອມທັງ ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບັນຫາທີ່ຍັງຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ໃຫ້ຮັບຊາບ.
![]() |
ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກໃຫ້ບໍລິສັດ ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ໂດຍຍົກສູງປະສິດທິພາບໃນການຄຸ້ມຄອງ ແລະ ບໍລິຫານການຜະລິດ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຕ່າງໆ ໂດຍສະເພາະແມ່ນມາດຕະການຮັກສາສິ່ງແວດລ້ອມ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະທໍາມະຊາດ, ນອກຈາກນີ້ ກໍໃຫ້ປະກອບສ່ວນພັດທະນາຊຸມຊົນ ແລະສະໜັບສະໜູນທ້ອງຖິ່ນ ໂດຍການນຳໃຊ້ແຮງງານຄົນໃນພື້ນທີ່ ກໍຄືແຮງງານລາວ ເພື່ອສ້າງວຽກເຮັດງານທໍາ ແລະສ້າງອາຊີບ ໃຫ້ແກ່ປະຊາຊົນ ພ້ອມທັງຊຸກຍູ້ ແລະສົ່ງເສີມປະຊາຊົນ ເຂດໃກ້ຄຽງ ໃຫ້ທຳການຜະລິດ ປູກຝັງ-ລ້ຽງສັດ ເຊັ່ນ: ລ້ຽງງົວ, ຄວາຍ, ໝູ, ໄກ່ ແລະ ປູກພືດຜັກຕ່າງໆ ເພື່ອສະໜອງໃຫ້ແກ່ບໍລິສັດ, ຫຼຸດຜ່ອນການຊື້ສະບຽງອາຫານຈາກແຫຼ່ງອື່ນ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນໃນພື້ນທີ່, ສິ່ງສໍາຄັນເປັນການປະກອບສ່ວນໃນການແກ້ໄຂຄວາມທຸກຍາກ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຢ່າງເປັນກ້າວໆ.
ຂ່າວ: ໄຊສົມບູນ


ຄໍາເຫັນ