![]() |
ໃນພິທີ,ສະຫາຍພັນເອກໄຊຍະພອນແກ້ວບົວພາສິດຄະນະພັກກອງບັນຊາການ, ຫົວໜ້າຫ້ອງພະລາທິການໄດ້ຜ່ານແຜນການອົບຮົມ-ຫັດແອບ, ຊຶ່ງການອົບຮົມຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ຂໍ້ກຳນົດແລະນິຕິກຳຕ່າງໆທາງດ້ານວຽກງານພະລາທິການ, ພ້ອມທັງຍົກສູງຄວາມຮູ້ແລະຄວາມເຂົ້າໃຈໃຫ້ພະນັກງານວິຊາສະເພາະເພື່ອນຳໄປໝູນໃຊ້ໃນການປະຕິບັດໜ້າທີ່ຢູ່ກົມກອງໃຫ້ຖືກຕ້ອງສອດຄ່ອງແລະມີປະສິດທິຜົນ.ເນື້ອໃນການອົບຮົມປະກອບມີ 8 ດ້ານຄື: ວຽກງານເສນາພະລາ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານການເງິນ, ວຽກງານເສນາຮັກ, ວຽກງານຂົນສົ່ງ, ວຽກງານນ້ຳມັນເຊື້ອໄຟ, ວຽກງານເຄຫະສະຖານແລະວຽກງານຜະລິດກະສິກຳ. ການອົບຮົມມີໄລຍະເວລາ 14 ວັນ, ມີສຳມະນາກອນເຂົ້າຮ່ວມທັງໝົດ 89 ສະຫາຍຍິງ 16 ສະຫາຍ.
![]() |
ໂອກາດນີ້,ສະຫາຍພົວສີສົມໃຈມະໂນລາໄດ້ກ່າວເນັ້ນໜັກເຖິງຄວາມໝາຍແລະຄວາມສຳຄັນຂອງວຽກງານພະລາທິການ, ພ້ອມທັງຊີ້ນຳໃຫ້ນັກສຳມະນາກອນຕັ້ງໃຈຮ່ຳຮຽນ, ກຳແໜ້ນແບບແຜນແລະວິທີການເຮັດວຽກຂອງອົງການພະລາທິການແຕ່ລະຂັ້ນ. ພາຍຫຼັງສຳເລັດການອົບຮົມສຳມະນາກອນຕ້ອງນຳເອົາຄວາມຮູ້ແລະຫຼັກການທີ່ໄດ້ຮັບໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງຢູ່ກົມກອງໃຫ້ເກີດຜົນດີແລະມີປະສິດທິຜົນສູງ.ຂ່າວ: ແສງຫຼ້າກຸວົງສາ


ຄໍາເຫັນ