![]() |
ງານບຸນນະມັດສະການພະທາດຫຼວງ ເປັນປະເພນີສຳຄັນອັນເປັນເອກະລັກຂອງຊາດລາວ ຈັດຂຶ້ນເປັນປະຈຳທຸກປີ ໃນໄລຍະວັນເພັງເດືອນ 12 ຕາມປະຕິທິນຈັນທະຄະຕິ. ສຳລັບປີ 2026 ວັນເພັງ 15 ຄໍ່າ ກົງກັບວັນທີ 24 ພະຈິກ ຊຶ່ງເປັນມື້ສຳຄັນຂອງງານບຸນ ໂດຍມີພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີຫຼາຍລາຍການ.
ກຳນົດການຈັດກິດຈະກຳສຳຄັນມີດັ່ງນີ້: ວັນທີ 20 ພະຈິກ ເວລາ 16:30 ໂມງ: ພິທີເປີດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2026; ວັນທີ 21 ພະຈິກ ເວລາ 16:30 ໂມງ: ກິດຈະກຳຄົບງັນຕາມປະເພນີ; ວັນທີ 22 ພະຈິກ ເວລາ 16:00 ໂມງ: ພິທີສູດປະລິດຕະມຸງຄຸນ ຢູ່ອົງພະທາດຫຼວງ; ວັນທີ 23 ພະຈິກ ເວລາ 14:00 ໂມງ: ພິທີແຫ່ຜາສາດເຜິ້ງຈາກວັດສີເມືອງ ໄປຍັງອົງພະທາດຫຼວງ; ວັນທີ 24 ພະຈິກ (ວັນເພັງ 15 ຄໍ່າ) ເວລາ 07:00 ໂມງເຊົ້າ: ພິທີໃສ່ບາດ ແລະ ຖວາຍສັງຄະທານ ໂດຍມີພະສົງຈາກທົ່ວປະເທດເຂົ້າຮ່ວມ; ເວລາ 13:00 ໂມງ: ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນເມືອງຕີຄີ; ເວລາ 19:00 ໂມງ: ພິທີວຽນທຽນຮອບອົງພະທາດຫຼວງ ພ້ອມຈູດທູບທຽນ ແລະ ບັ້ງໄຟດອກເພື່ອບູຊາອົງພະທາດຫຼວງ.
ພາຍໃນງານມີຫຼາຍກິດຈະກຳ, ນອກຈາກພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີແລ້ວ ຍັງຈະມີການວາງສະແດງ ແລະ ຈຳໜ່າຍສິນຄ້າ, ການສະແດງຄອນເສີດ ພ້ອມກິດຈະກຳບັນເທີງອື່ນໆ ເພື່ອສ້າງບັນຍາກາດຄຶກຄື້ນ ແລະ ເປີດໂອກາດໃຫ້ປະຊາຊົນ ລວມທັງນັກທ່ອງທ່ຽວໄດ້ເຂົ້າຮ່ວມສຳຜັດກັບບັນຍາ ກາດງານບຸນປະເພນີອັນສຳຄັນຂອງຊາດລາວ.
ງານບຸນນະມັດສະການພະທາດຫຼວງປະຈຳປີ 2026 ຈຶ່ງເປັນອີກໜຶ່ງໂອກາດສຳຄັນໃນການສືບສານ ແລະ ອະນຸລັກຮັກສາມູນເຊື້ອວັດທະນະທຳລາວ ໃຫ້ຄົງຢູ່ຄູ່ກັບສັງຄົມລາວສືບໄປ.
ທີ່ມາ: ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ

ຄໍາເຫັນ