![]() |
ໃນໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຫ່ວງໃຍ ແລະ ຂອບໃຈຕໍ່ນ້ຳໃຈ, ຄວາມທຸ້ມເທ ແລະ ການເສຍສະຫຼະຂອງບັນດານາຍ ແລະ ພົນທະຫານ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ສ້າງຄວາມອຸ່ນອ່ຽນໃຈໃຫ້ປະຊາຊົນ ແລະ ເນັ້ນວ່າເບື້ອງຫຼັງຄວາມສະຫງົບສຸກຂອງບ້ານເມືອງ ແມ່ນມີຄວາມຕັ້ງໃຈ, ເຫື່ອແຮງ ແລະ ການເສຍສະຫຼະຂອງກຳລັງທະຫານ ທີ່ຕ້ອງປະຈຳການ, ເຝົ້າລະວັງ ແລະ ກຽມພ້ອມປະຕິບັດໜ້າທີ່ຢູ່ສະເໝີ. ພ້ອມນີ້, ຍັງໄດ້ຝາກຄວາມຫວັງໃຫ້ບັນດານາຍ ແລະ ພົນທະຫານ ສືບຕໍ່ຮັກແພງ, ຊ່ວຍເຫຼືອ ແລະ ເບິ່ງແຍງກັນຄືອ້າຍນ້ອງ, ສ້າງຄວາມສາມັກຄີພາຍໃນກອງ, ຮັກສາລະບຽບວິໄນ ແລະ ເອົາໃຈໃສ່ດູແລຊີວິດການເປັນຢູ່ຂອງກຳລັງພົນ. ນອກນັ້ນ, ຍັງເນັ້ນໃຫ້ສືບຕໍ່ຝຶກຝົນຕົນເອງ, ຮັກສາສຸຂະພາບ, ເຄົາລົບລະບຽບວິໄນ ແລະ ໃກ້ຊິດກັບປະຊາຊົນ, ເປັນທີ່ເພິ່ງ ແລະ ພ້ອມຊ່ວຍເຫຼືອປະຊາຊົນເມື່ອປະສົບຄວາມຫຍຸ້ງຍາກ.
ໂອກາດເຄື່ອນໄຫວຄັ້ງນີ້, ທ່ານ ທອງລີ ສີສຸລິດ ໄດ້ມອບອຸປະກອນໄອທີ ແລະ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 200 ລ້ານກີບ. ພ້ອມກັນນີ້, ທ່ານ ອາຄົມເດດ ວົງໄຊ ໄດ້ມອບເຄື່ອງສຽງ ມູນຄ່າ 200 ລ້ານກີບ ໃຫ້ກຳລັງທະຫານ ເພື່ອປະກອບສ່ວນສະໜັບສະໜູນການປະຕິບັດວຽກງານ ແລະ ການດຳເນີນກິດຈະກຳຕ່າງໆ.
![]() |
(ຂ່າວ-ພາບ: ສຊປລ)


ຄໍາເຫັນ