![]() |
ທ່ານ ບຸນທະວີ ອິນທິລາດ ໄດ້ຜ່ານບົດລາຍງານການລົງຊຸກຍູ້ແລະຕິດຕາມກວດກາລາດຕະເວນແລະປ້ອງກັນໄຟໄໝລາມປ່າ(ພູບາຈຽງ) ແລະຜ່ານເນື້ອໃນຄຳສັ່ງເລກທີ 11/ນຍ, ລົງວັນທີ 21ກໍລະກົດ2023 ວ່າດ້ວຍການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະນຳໃຊ້ປ່າໄມ້,ທີ່ດິນປ່າໄມ້,ຕ້ານແລະສະກັດກັ້ນບຸກລຸກທຳລາຍປ່າໄມ້ທີ່ດີນປ່າໄມ້ແລະໄຟໄໝ້ລາມປ່າ, ພ້ອມນັ້ນ ຍັງໄດ້ຮັບຟັງການຜ່ານຮ່າງແຈ້ງການຂອງປະທານຄະນະປົກຄອງເມືອງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈເຖິງບັນດາລະບຽບການ, ມາດຕະການ ແລະ ໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ຕະຫຼອດຮອດການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ.
ກອງປະຊຸມຍັງໄດ້ມີການແລກປ່ຽນ ແລະ ປະກອບຄຳເຫັນຢ່າງກວ້າງຂວາງ ກ່ຽວກັບບັນຫາທີ່ເກີດຂຶ້ນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານຕົວຈິງ ພ້ອມທັງສະເໜີແນວທາງແກ້ໄຂ ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄຟໄໝ້ລາມປ່າ.
ທ່ານ ສຸກສະຫວັນ ສີພັນວົງ ໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມນຳເອົາເນື້ອໃນກົດໝາຍ ແລະ ນິຕິກຳທີ່ໄດ້ຮັບການເຜີຍແຜ່ໃນຄັ້ງນີ້ ໄປຜັນຂະຫຍາຍໃຫ້ເປັນຮູບປະທຳ, ໂດຍສະເພາະໃຫ້ບັນດາປະທານບ້ານ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນໄດ້ຮັບຮູ້, ຮ່ວມກັນປົກປັກຮັກສາປ່າໄມ້, ບໍ່ຈູດປ່າ ຫຼື ກະທຳການໃດໆທີ່ອາດກໍ່ໃຫ້ເກີດໄຟໄໝ້ລາມປ່າ, ພ້ອມທັງຮ່ວມກັນເຝົ້າລະວັງ ແລະ ລາຍງານເຫດການທີ່ອາດເກີດຂຶ້ນໃຫ້ທັນເວລາ.

ຄໍາເຫັນ