![]() |
ສະຫາຍ ກິໃຫຍ່ ສີສຸລາດ ຮອງເລຂາຄະນະພັກຕາແສງກະດັນ ໄດ້ຜ່ານບົດລາຍງານຜົນການນຳພາ-ຊີ້ນຳ ໃນໄລຍະ 9 ເດືອນຜ່ານມາ ພ້ອມທັງສະເໜີທິດທາງ ແລະ ແຜນການສູ້ຊົນໃນ 3 ເດືອນທ້າຍປີ 2026 ເພື່ອສືບຕໍ່ຍົກສູງປະສິດທິພາບການນຳພາ-ຊີ້ນຳ ແລະ ຜັນຂະຫຍາຍວຽກງານໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ພ້ອມນີ້ ສະຫາຍ ໜູໃບ ດີຄຳມ່ວນ ປະທານກວດກາພັກຕາແສງກະດັນໄດ້ຜ່ານບົດສຳຫຼວດການນຳພາລວມ ເພື່ອສະເໜີຕໍ່ກອງປະຊຸມ ໃນການພິຈາລະນາ ແລະ ປະກອບຄຳເຫັນ.
ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນ ຕໍ່ບົດລາຍງານ ໂດຍສຸມໃສ່ການຕີລາຄາຜົນງານທີ່ຜ່ານມາ, ບັນຫາຄົງຄ້າງ, ຂໍ້ຈຳກັດ ແລະ ມາດຕະການແກ້ໄຂ ພ້ອມທັງສະເໜີແນວທາງປັບປຸງການນຳພາ-ຊີ້ນຳໃນຕໍ່ໜ້າ ໃຫ້ມີປະສິດທິຜົນດີຂຶ້ນ.
![]() |
ສະຫາຍ ຈັນສະຫວ່າງ ບຸດຕະວົງ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຄະນະພັກຕາແສງ ຈົ່ງເອົາໃຈໃສ່ການປັບປຸງຍົກສູງຄຸນນະພາບການນຳພາ-ຊີ້ນຳ, ການປະຕິບັດມະຕິ, ຄຳສັ່ງແລະແຜນການໃຫ້ເປັນຮູບປະທຳ, ສຸມໃສ່ການແກ້ໄຂບັນຫາຄົງຄ້າງ, ກຳນົດໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະ ຕິດຕາມກວດກາຢ່າງເປັນປະຈຳ ພ້ອມທັງໃຫ້ສືບຕໍ່ສ້າງຄວາມສາມັກຄີພາຍໃນຄະນະພັກ, ຍົກສູງຄວາມຮັບຜິດຊອບຂອງສະມາຊິກພັກ ແລະ ນຳພາປະຊາຊົນໃນຕາແສງໃຫ້ມີສ່ວນຮ່ວມໃນການພັດທະນາທ້ອງຖິ່ນ.
ພ້ອມກັນນັ້ນ ໃຫ້ຄະນະພັກຕາແສງກະດັນ ນຳເອົາບັນດາຄຳຄິດເຫັນ ຈາກກອງປະຊຸມ ໄປປັບປຸງບົດລາຍງານ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນສຳເລັດໃນການປະຕິບັດແຜນການ 3 ເດືອນທ້າຍປີ 2026 ຢ່າງມີປະສິດທິຜົນ.
ຂ່າວ: ສີລິວັນ ທອງຄໍາສະຫວັນ


ຄໍາເຫັນ