![]() |
ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ພິຈາລະນາຫຼາຍບັນຫານສຳຄັນເປັນຕົ້ນ, ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານປະຈຳເດືອນຕຸລາ ແລະ ແຜນການປະຈຳເດືອນພະຈິກ 2026 ຂອງຄະນະປະຈຳສະພາປະຊາຊົນແຂວງ ພ້ອມທັງພິຈາລະນາ, ປະກອບຄຳເຫັນ ແລະ ປຶກສາຫາລືຕໍ່ບົດລາຍງານດັ່ງກ່າວ; ຮັບຟັງລາຍງານກ່ຽວກັບການກະກຽມບັນດາເນື້ອໃນ ແລະ ເອກະສານຮັບໃຊ້ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຈຳປາສັກ ປະຈຳປີ 2026, ລວມທັງການກະກຽມເນື້ອໃນຂອງບັນດາຄະນະກຳມະການສະພາປະຊາຊົນແຂວງ ເພື່ອໃຫ້ກອງປະຊຸມດຳເນີນໄປຢ່າງມີປະສິດທິຜົນ;ຮັບຟັງລາຍງານການກະກຽມຈັດກອງປະຊຸມສະໄໝສາມັນ ແລະ ການກະກຽມເນື້ອໃນຮັບໃຊ້ວຽກງານຂອງສະພາປະຊາຊົນແຂວງ, ພ້ອມທັງພິຈາລະນາຄວາມພ້ອມດ້ານຕ່າງໆ;ພິຈາລະນາບັນດາບັນຫາກ່ຽວກັບການຈັດຕັ້ງ, ການກຳນົດຕຳແໜ່ງງານ ແລະ ວຽກງານບຸກຄະລາກອນຂອງສະພາປະຊາຊົນແຂວງ ລວມທັງບັນດາບັນຫາທີ່ກ່ຽວຂ້ອງກັບການຈັດຕັ້ງພາຍໃນ ເພື່ອສະເໜີພິຈາລະນາຕາມລະບຽບການ.
ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາປະປະຊາຊົນແຂວງໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ສະແດງທັດສະນະຕໍ່ບັນດາເນື້ອໃນ ໂດຍຍົກເອົາການຈັດຕັ້ງປະຕິບັດວຽກງານຕົວຈິງໃນການຕີລາຄາສະພາບລວມ, ຜົນສໍາເລັດທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ, ເປັນຕົ້ນການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາປະຊາຊົນແຂວງ, ພ້ອມທັງຍົກໃຫ້ເຫັນຂໍ້ຄົງຄ້າງທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການ, ຄະນະເລຂາທິການ ແລະ ຂະແໜງການ ພ້ອມທັງສະເໜີເປັນແຜນວຽກງານຈຸດສຸມ ທີ່ຈະຈັດຕັ້ງປະຕິບັດວຽກງານໃນເດືອນຕໍ່ໄປໃຫ້ສໍາເລັດ.
ພ້ອມນີ້, ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລືການກະກຽມບັນດາເນື້ອໃນ ແລະ ເອກະສານຮັບໃຊ້ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຈຳປາສັກ ປະຈຳປີ 2026, ລວມທັງການກະກຽມເນື້ອໃນຂອງບັນດາຄະນະກຳມະການສະພາປະຊາຊົນແຂວງ ເພື່ອໃຫ້ເນື້ອໃນທີ່ຈະກໍາເນົດເຂົ້າໃນກອງປະຊຸມ ມີຄວາມຮັດກຸມ, ຖືກຕ້ອງສອດຄ່ອງກັບລັດທະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ແລະ ສາມາດດຳເນີນໄປຢ່າງມີປະສິດທິຜົນ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຍາດໄດ້ໃນເດືອນຜ່ານມາ ແລະ ບັນດາການປະກອບຄໍາເຫັນຂອງບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ເນື້ອໃນທີ່ນໍາມາຄົ້ນຄວ້າພິຈາລະນາ ພ້ອມທັງສະເໜີໃຫ້ 3 ຄະນະກໍາມະການ,ຫ້ອງວ່າການ ແລະ ຂະແໜງການ ຂອງສະພາປະຊາຊົນແຂວງຈໍາປາສັກ ສືບຕໍ່ເພີ່ມທະວີເອົາໃຈໃສ່ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບໃຫ້ມີຜົນສໍາເລັດ, ຊຸກຍູ້ການແກ້ໄຂຄໍາສະເໜີຂອງປະຊາຊົນໂດຍຕິດພັນກັບສາເຫດ ແລະ ຖອດຖອນໄດ້ບົດຮຽນ ເພື່ອວາງທິດທາງແຜນການແກ້ໄຂຂໍ້ຄົງຄ້າງ, ແຜນວຽກຈຸດສຸມ, ກໍຄືການສົມທົບກັບອົງການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງໃນການກະກຽມເນື້ອໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈໍາປາສັກແລະ ບັນດາກິດຈະກໍາຕ່າງທີ່ແຂວງຈໍາປາສັກ ຈະຈັດຂື້ນໃນຕໍ່ໜ້າໃຫ້ມີຄວາມພ້ອມຮອບດ້ານ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)

ຄໍາເຫັນ