![]() |
ປະຕິບັດຕາມຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ວ່າດ້ວຍການອະນຸ ມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ-ຮັບອູດໜູນບຳນານ ປະຈຳງວດ 3 ປີ 2026 ໂດຍອີງຕາມກົດ ໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ອີງຕາມກົດໝາຍ ວ່າດ້ວຍການປະກັນສັງຄົມ ແລະ ນິຕິກຳຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຕົກລົງອະນຸມັດໃຫ້ທ່ານ ໂຄສະຈານ ແສນທະວີໄຊ ຮອງຫົວໜ້າພະແນກ ຍທຂ ແຂວງ ອອກພັກການ-ຮັບອູດໜູນບຳນານ ນັບແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ ລວມອາຍຸການ 39 ປີ. ເຫັນດີອະນຸມັດໃຫ້ທ່ານ ສີພັນ ຖາຊານົນ ຮອງຫົວໜ້າຂະແໜງ ກວດກາ ຮັບອູດໜູນບຳນານ ລວມອາຍຸການ 38 ປີ. ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຕົກລົງແຕ່ງຕັ້ງທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າຂະແໜງຂົນສົ່ງ ເປັນຫົວໜ້າຂະແໜງຂົນສົ່ງ, ແຕ່ງຕັ້ງທ່ານ ບຸນທຽມ ຈັນທະນະສິນ ວິຊາການຂະແໜງຂົນສົ່ງ ເປັນຮອງຫົວໜ້າຂະແໜງຂົນສົ່ງ, ທ່ານ ເນົາ ສີຫາປະເສີດ ຮອງຫົວໜ້າຫ້ອງການ ຍທຂ ເມືອງຄຳເກີດ ເປັນຮອງຫົວໜ້າຂະແໜງ ເຄຫາຜັງເມືອງ ແລະ ນໍ້າປະປາແຕ່ງຕັ້ງທ່ານ ຊາຍຟອງ ໄຊທົງເດດ ວິຊາການຂະແໜງຂົວທາງ ເປັນຮອງຂະແໜງກວດກາ.
![]() |
ຕອນທ້າຍພິທີ, ທ່ານ ເລື່ອນວິໄລ ຈັນທະລາພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ພັກການ-ຮັບອຸດໜູນບຳນານ ແລະ ການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຊຶ່ງເປັນກົດເກນໃນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ຮັບປະກັນຄວາມຕໍ່ເນື່ອງ ໃນການນຳພາ-ຈັດຕັ້ງປະຕິບັດວຽກງານສັງຄົມ. ການແຕ່ງຕັ້ງໃນຄັ້ງນີ້, ເປັນການຢັ້ງຢືນເຖິງຄວາມຮູ້, ຄວາມສາມາດ ແລະ ຄວາມໄວ້ວາງໃຈທີ່ອົງການຈັດຕັ້ງໄດ້ມອບໝາຍໃຫ້ ເພື່ອປະຕິບັດພາລະບົດບາດໃນຕຳແໜ່ງໃໝ່ໃຫ້ມີຜົນສໍາເລັດ. ຂ່າວ-ພາບ: ສາຍສະໝອນ


ຄໍາເຫັນ