![]() |
ການຝຶກອົບຮົມຄັ້ງນີ້ ມີເປົ້າໝາຍຍົກສູງຄວາມຮູ້, ຄວາມສາມາດ ແລະ ທັກສະໃຫ້ແກ່ພະນັກງານຜູ້ຮັບຜິດຊອບ ໃນການຕິດຕາມ, ເກັບກຳ, ວິເຄາະ ແລະ ສັງລວມສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ທັນກັບສະພາບຕົວຈິງ ເພື່ອເປັນຂໍ້ມູນສຳຄັນໃຫ້ຂັ້ນນຳໃນການກຳນົດແນວທາງ ແລະ ມາດຕະການແກ້ໄຂບັນຫາໄດ້ຢ່າງທັນການ.
ທ່ານ ສົມໃຈ ພານີຈັນ ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ, ກໍຄືພະນັກງານເຫັນເຖິງຄວາມສຳຄັນຂອງວຽກງານນີ້ ໂດຍຕ້ອງເພີ່ມທະວີຄວາມຮັບຜິດຊອບ, ປັບປຸງວິທີການເຮັດວຽກ ແລະ ຍົກສູງຄຸນນະພາບການເປັນເສນາທິການ ໃຫ້ສາມາດສະໜອງຂໍ້ມູນທີ່ຖືກຕ້ອງ, ຮອບດ້ານ ແລະ ທັນເຫດການ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຮ່ຳຮຽນ ແລະ ນຳເນື້ອໃນທີ່ໄດ້ຮັບໄປນໍາໃຊ້ໃນວຽກງານຕົວຈິງ.
![]() |
ສຳລັບເນື້ອໃນການອົບຮົມ ປະກອບມີບັນຫາພື້ນຖານກ່ຽວກັບວຽກງານແນວຄິດ-ຫາງສຽງສັງຄົມ, ວິທີການເກັບກຳ ແລະ ນຳໃຊ້ຂໍ້ມູນເຂົ້າໃນວຽກງານການເມືອງ-ແນວຄິດ, ຂໍ້ກຳນົດເລກທີ 133/ຄອສພ ລວມທັງເອກະສານການຄົ້ນຄວ້າ ແລະ ສັງລວມຂໍ້ມູນ.
ຊຸດຝຶກອົບຮົມຈະດຳເນີນເປັນເວລາ 2 ວັນ, ແຕ່ ວັນທີ 9-10 ພະຈິກ 2026 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການໃນໄລຍະໃໝ່.
ຂ່າວ : ມະນີວັນ


ຄໍາເຫັນ