![]() |
ໂອກາດນີ້, ທ່ານ ນາງ ວາດສະໜາ ຈັນທະນາສິນ ໃຫ້ຮູ້ວ່າ: ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນວັນທີ 4-5 ພະຈິກ 2026 ຜ່ານມາ ທີ່ປະເທດສິງກະໂປ ໂດຍມີຜູ້ເຂົ້າຮ່ວມ 216 ຄົນ ແລະ ມີ 8 ທີມທີ່ຜ່ານເຂົ້າສູ່ຮອບຊີງຊະນະເລີດຈາກ 5 ປະເທດ ປະກອບມີ: ລາວ, ສິງກະໂປ, ຟີລິບປິນ, ອິນໂດເນເຊຍ ແລະ ອົສຕຣາລີ. ສຳລັບທີມນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ມີ 5 ຄົນ ຍິງ 3 ຄົນ ໂດຍໄດ້ຮ່ວມກັນນຳສະເໜີໂຄງການນະວັດຕະກຳ “SARA” ທີ່ມຸ່ງເນັ້ນດ້ານນະວັດຕະກຳ ແລະ ການຄຸ້ມຄອງຂີ້ເຫຍື້ອ (Innovation and Waste Management) ພາຍໃຕ້ການຊີ້ນຳຂອງອາຈານ ອາກຸສຕິນຸສ ເຮີມີໂນ (Prof. Dr. Agustinus Hermino) ກ່ອນຈະສາມາດຍາດໄດ້ລາງວັນຊະນະເລີດມາຄອງໄດ້ຢ່າງພາກພູມໃຈ.
![]() |
ຜົນສຳເລັດຄັ້ງນີ້, ນັບເປັນອີກກ້າວສຳຄັນຂອງນັກສຶກສາລາວ ໃນການສະແດງຄວາມສາມາດ, ຄວາມຄິດສ້າງສັນ, ການເຮັດວຽກເປັນທີມ ແລະ ການພັດທະນາແນວຄິດນະວັດຕະກຳ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຈິງໃນສັງຄົມ ສາມາດສ້າງຊື່ສຽງໃຫ້ສປປ ລາວ ແລະ ມຊ ໃນເວທີສາກົນ. ຜົນງານດັ່ງກ່າວ ຍັງຖືເປັນຂອງຂວັນອັນມີຄວາມໝາຍ ໃນໂອກາດສະຫຼອງຄົບຮອບ 30 ປີວັນສ້າງຕັ້ງ ມຊ ແລະ ຄສບ. ຜົນສຳເລັດຄັ້ງນີ້, ຍັງເປັນຄວາມພາກພູມໃຈຂອງການນຳພັກ-ລັດ ແລະ ມຊ, ຄະນະວິຊາ, ຄູ-ອາຈານ ແລະ ນັກສຶກສາ ທີ່ໃຫ້ການເອົາໃຈໃສ່ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມການພັດທະນາຄຸນນະພາບການສຶກສາ ທີ່ມີມາຢ່າງຕໍ່ເນື່ອງ ຈົນສາມາດສ້າງຜົນງານໃນຄັ້ງນີ້ໄດ້.
ການແຂ່ງຂັນນະວັດຕະກຳດັ່ງກ່າວ ໄດ້ຈັດຂຶ້ນມາແລ້ວ 11 ຄັ້ງ. ການເຂົ້າຮ່ວມໃນປີ 2026 ຖືເປັນຄັ້ງທີ 2 ຂອງນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ. ໃນປີ 2025 ນັກສຶກສາ ສາຂາດັ່ງກ່າວສາມາດຍາດໄດ້ອັນດັບ 5.
(ຂ່າວ-ພາບ: ວັນເພັງ)


ຄໍາເຫັນ