![]() |
ທ່ານ ອ໋ອງຄຳ ຄູນສະໄໝ ກ່າວວ່າ: ການເຄື່ອນໄຫວຄັ້ງນີ້, ເພື່ອເປັນການລົງເຄື່ອນໄຫວວຽກງານວິຊາສະເພາະຢູ່ຮາກຖານພ້ອມທັງຊຸກຍູ້ ແລະ ສົ່ງເສີມໃຫ້ເດັກນ້ອຍນັກຮຽນມີໂອກາດເຂົ້າຮ່ວມກິດຈະກຳ, ໄດ້ຮຽນຮູ້ ແລະ ຝຶກຝົນທັກສະຕ່າງໆທີ່ເໝາະສົມຕາມໄວອາຍຸ ໂດຍສະເພາະການປູກຝັງນິໄສຮັກການອ່ານ, ຮັກການຮຽນຮູ້ ແລະ ການຄົ້ນຄວ້າຫາຄວາມຮູ້ດ້ວຍຕົນເອງ ອັນເປັນພື້ນຖານສຳຄັນໃນການພັດທະນາຄວາມຮູ້ ແລະ ສະຕິປັນຍາຂອງເດັກນ້ອຍ.
ສຳລັບກິດຈະກຳພາຍໃນງານໄດ້ມີການສະແດງສິລະປະ-ວັດທະນະທຳ, ກິດຈະກຳເລົ່ານິທານ, ຖາມ-ຕອບ, ສົ່ງເສີມການອ່ານໃຫ້ເດັກ, ແຕ້ມຮູບລະບາຍສີ ແລະ ຫຼິ້ນເກມ. ພ້ອມນີ້, ທີມງານຍັງໄດ້ນຳພາດຳເນີນກິດຈະກຳໃຫ້ເດັກນ້ອຍນັກຮຽນຢ່າງເບີກບານມ່ວນຊື່ນ ແລະ ມີການມອບອຸປະກອນການຮຽນ ແລະ ເຄື່ອງຫຼິ້ນ, ຂອງຂວັນລາງວັນຈຳນວນໜຶ່ງໃຫ້ໂຮງຮຽນ ແລະ ເດັກນ້ອຍນັກຮຽນເພື່ອເປັນການຊຸກຍູ້ສົ່ງເສີມທາງດ້ານການສຶກສາ ແລະ ການເຄື່ອນໄຫວກິດຈະກຳອື່ນໆອີກ.
ກິດຈະກຳດັ່ງກ່າວ, ເປັນອີກການເຄື່ອນໄຫວໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນໃນການສົ່ງເສີມວຽກງານວັດທະນະທຳການອ່ານຢູ່ໃນໂຮງຮຽນ, ປູກຝັງໃຫ້ເດັກນ້ອຍມີນິໄສຮັກການອ່ານຕັ້ງແຕ່ໄວຮຽນ ແລະ ຮ່ວມກັນສ້າງສັງຄົມແຫ່ງການຮຽນຮູ້ໃຫ້ເກີດຂຶ້ນຢ່າງກວ້າງຂວາງ.ຂ່າວ: ໄພບູນ

ຄໍາເຫັນ