![]() |
ໃນພິທີ, ທ່ານ ສຸຂາສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການວິທະຍາໄລຄູປາກເຊ (ເກົ່າ) ໄດ້ລາຍງານສະພາບການກະກຽມຄວາມພ້ອມຮອບດ້ານ ໃນການຍົກລະດັບສະຖາບັນຂຶ້ນເປັນ ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ ຊຶ່ງມີຄວາມພ້ອມຢ່າງເຕັມສ່ວນທັງດ້ານໂຄງຮ່າງການຈັດຕັ້ງ, ຫຼັກສູດການຮຽນ-ການສອນ ແລະ ລະບົບການບໍລິຫານຈັດການ ເພື່ອກ້າວຂຶ້ນສู่ຄວາມເປັນເລີດຢ່າງມີວິໄສທັດທີ່ກວ້າງໄກ.
ໃນພິທີໄດ້ຜ່ານດຳລັດນາຍົກລັດຖະມົນຕີ ສະບັບເລກທີ 318/ນຍ, ລົງວັນທີ 18 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນຫຼາຍ ຄຳແກ້ວ ເປັນຫົວໜ້າວິທະຍາເຂດຈຳປາສັກ ມະຫາວິທະຍາໄລສ້າງຄູແຫ່ງຊາດ. ພ້ອມດຽວກັນນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ສສກ ສະບັບເລກທີ 7491/ສສກ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສອນເພັດ ສີສຸລາດ ຮອງຫົວໜ້າຄະນະສຶກສາສາດ ມະຫາວິທະຍາໄລຈຳປາສັກ ເປັນຮອງຫົວໜ້າວິທະຍາເຂດຈຳປາສັກ ມະຫາວິທະຍາໄລສ້າງຄູແຫ່ງຊາດ. ໃນພິທີຍັງໄດ້ຮັບຟັງການແນະນຳ ແລະ ເຜີຍແຜ່ພາລະບົດບາດ, ຫຼັກສູດ, ລະບຽບການຄຸ້ມຄອງ ແລະ ໂຄງປະກອບກົງຈັກ ຈາກຜູ້ຕາງໜ້າກົມສຶກສາຊັ້ນສູງ ແລະ ກົມຈັດຕັ້ງ ສສກ ເພື່ອໃຫ້ພະນັກງານທຸກຄົນ ກຳແໜ້ນທິດທາງ ແລະ ເຊື່ອມຊຶມເຂົ້າໃນການປະຕິບັດໜ້າທີ່ຕົວຈິງ.
ໂອກາດນີ້, ທ່ານ ຫຼ້າວັນ ວົງຄໍາສານ ໄດ້ເນັ້ນໜັກໃຫ້ຄະນະນຳຊຸດໃໝ່, ພະນັກງານ ແລະ ຄູ-ອາຈານທຸກທ່ານ ຈົ່ງພ້ອມໃຈກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍມີຈຸດສຸມທີ່ສໍາຄັນຄື:
ເຊີດຊູຄວາມສາມັກຄີ: ຮັກສາຄວາມເປັນປຶກແຜ່ນແໜ້ນໜາ, ເປັນຈິດໜຶ່ງໃຈດຽວ ລະຫວ່າງການຈັດຕັ້ງ ແລະ ບຸກຄະລາກອນທຸກທົ່ວໜ້າ ເພື່ອສ້າງພະລັງແຮງໃນການຂັບເຄື່ອນສະຖາບັນ, ຄູ-ອາຈານທຸກທ່ານ ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນວິຊາຊີບຢ່າງສູງສົ່ງ, ພ້ອມທັງຫັນປ່ຽນແນວຄິດໃຫ້ມີຄວາມເປັນວິທະຍາສາດ, ທັນສະໄໝ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຜັນຂະຫຍາຍພາລະບົດບາດຂອງສະຖາບັນ ໃຫ້ຕິດພັນກັບການຜະລິດ “ຄູ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມພ້ອມຮອບດ້ານ” ພ້ອມອອກໄປຮັບໃຊ້ສັງຄົມ ແລະ ພັດທະນາປະເທດຊາດໃຫ້ກ້າວໜ້າຢ່າງໝັ້ນຄົງ. ໃນພິທີໄດ້ມີການເປີດປ້າຍສະຖາບັນຊື່ໃໝ່ຢ່າງເປັນທາງການ ພາຍໃຕ້ ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນ, ຄວາມຈະເລີນຮຸ່ງເຮືອງ ແລະ ເປັນຂວັນມຸງຄຸນແກ່ການເລີ່ມຕົ້ນສັກກະລາດໃໝ່ແຫ່ງການພັດທະນາການສຶກສາຂອງຊາດລາວເຮົາ.ຂ່າວ-ພາບ: ຂາວພອນ ມ້າວຄຳຜິວ

ຄໍາເຫັນ