![]() |
ແຜນດຳເນີນງານດັ່ງກ່າວ, ຈະນໍາໃຊ້ເປັນແນວທາງຫຼັກໃນການປະຕິບັດວຽກງານໃນທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອເສີມສ້າງໂອກາດທີ່ເທົ່າທຽມ, ການປົກປ້ອງເດັກ ແລະ ການສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພໃນທົ່ວປະເທດ. ແຜນປະຕິບັດງານ ຄັ້ງທີ V ໄດ້ພັດທະນາຂຶ້ນ ໂດຍການນຳພາຂອງຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ສສກ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ແລະ ໄດ້ຮັບຂໍ້ມູນຜົນການຄົ້ນຄວ້າຈາກການປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ ໂດຍການສະໜັບສະໜູນຂອງອົງການ UNESCO, ແຜນດັ່ງກ່າວມຸ່ງເນັ້ນແກ້ໄຂອຸປະສັກ ເດັກຍິງ, ເດັກຊາຍ, ແມ່ຍິງ ແລະ ເດັກນ້ອຍ ຈາກການເຂົ້າເຖິງການສຶກສາ ສ້າງຄວາມເຂັ້ມແຂງໃຫ້ສະຖາບັນ ໃນການລົບລ້າງການຈຳແນກທາງເພດ, ພ້ອມທັງສົ່ງເສີມຄວາມຮູ້ກ່ຽວກັບສິດທິ ແລະ ການປົກປ້ອງເດັກໃຫ້ຄູ-ອາຈານ, ຜູ້ຮຽນ, ຄອບຄົວ ແລະ ຊຸມຊົນ.
ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ການປະກາດນໍາໃຊ້ແຜນປະຕິບັດງານ 5 ປີ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ເຂັ້ມແຂງຂອງພວກເຮົາ ໃນການສົ່ງເສີມຄວາມສະເໝີພາບທາງເພດ ແລະ ການປົກປ້ອງສິດ, ສະຫວັດດີພາບຂອງແມ່ຍິງ ແລະ ເດັກນ້ອຍ, ນັບແຕ່ປີ 2026 ຫາ 2030, ພວກເຮົາຈະຮ່ວມມືກັນເສີມສ້າງນະໂຍບາຍ, ຍົກລະດັບຄວາມຮັບຮູ້, ສ້າງຄວາມສາມາດ ແລະ ປັບປຸງການປະສານງານ ເພື່ອໃຫ້ທຸກຄົນສາມາດຮຽນຮູ້ ແລະ ເຕີບໃຫຍ່ໃນສະພາບແວດລ້ອມທີ່ປອດໄພ ແລະ ຍຸຕິທຳ, ຊຶ່ງແຜນປະຕິບັດງານດັ່ງກ່າວ ແມ່ນການຮັບປະກັນວ່າ ຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຈະຕ້ອງຖືກບັນຈຸເຂົ້າໃນວຽກງານປົກກະຕິຂອງທຸກພະແນກການ ແລະ ສະຖາບັນພາຍໃຕ້ກະຊວງ ສສກ.
![]() |
ທ່ານ ນາງ ເບັນນິຕ້າ ຊຳເມີວິວ ກ່າວວ່າ: ແຜນດຳເນີນງານ 5 ປີ ໄດ້ຖືເອົາຊຸມຊົນເປັນເຈົ້າກາງ, ຈະຊ່ວຍສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ມີສ່ວນຮ່ວມຫຼາຍຂຶ້ນ, ເສີມສ້າງໂອກາດສຳລັບເດັກຍິງ ແລະ ແມ່ຍິງ ແລະ ສະໜັບສະໜູນເດັກນ້ອຍທຸກຄວາມສາມາດ ແລະ ຊົນເຜົ່າໃຫ້ບັນລຸທ່າແຮງຢ່າງເຕັມທີ່ຂອງເຂົາເຈົ້າ, ແຜນປະຕິບັດງານດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ຂອງພວກເຮົາຕໍ່ຍຸດທະສາດຄວາມສະເໝີພາບຍິງ-ຊາຍ ຂອງປະເທດອົສຕຣາລີ ແລະ ສະແດງໃຫ້ເຫັນເຖິງສິ່ງທີ່ສາມາດບັນລຸໄດ້ ຜ່ານການຮ່ວມມືທີ່ເຂັ້ມແຂງ, ເຄົາລົບນັບຖື ແລະ ປະຕິບັດໄດ້ຈິງລະຫວ່າງ ລັດຖະບານອົສຕຣາລີ ແລະ ກະຊວງ ສສກ.
ທ່ານ ນາງ ຊູຮຸນ ຄິມ ກ່າວວ່າ: ການຄົ້ນພົບສິ່ງເຫຼົ່ານີ້ ເຕືອນໃຫ້ພວກເຮົາເຫັນວ່າ ຄວາມສຳເລັດດ້ານການສຶກສານັ້ນ ບໍ່ແມ່ນພຽງແຕ່ການເຂົ້າເຖິງໂຮງຮຽນເທົ່ານັ້ນ, ແຕ່ຜູ້ຮຽນທຸກຄົນສົມຄວນໄດ້ຮັບສະພາບແວດລ້ອມທີ່ມີການມີສ່ວນຮ່ວມ ແລະ ການສະໜັບສະໜູນ ຊຶ່ງເຮັດໃຫ້ພວກເຂົາຮູ້ສຶກວ່າມີຄຸນຄ່າ, ມີຄວາມໝາຍ ແລະ ສາມາດເຂົ້າຮ່ວມຢ່າງແທ້ຈິງ. ພ້ອມກັນນັ້ນ, ຍັງຕ້ອງມີການຮຽນ-ການສອນທີ່ມີຄຸນນະພາບ ເພື່ອຕອບສະໜອງຕໍ່ຄວາມຕ້ອງການ ແລະ ຄວາມມຸ່ງຫວັງຂອງພວກເຂົາ.
ໃນພິທີ, ໄດ້ມີການຕັດແຖບຜ້າປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານ ແມ່ ແລະ ເດັກ 5 ປີ ຄັ້ງທີ V ແລະ ຈັດການສົນທະນາແບບຄົບຄະນະ ເພື່ອແລກປ່ຽນທັດສະນະກ່ຽວກັບການນຳເອົາແຜນດຳເນີນງານໄປຈັດຕັ້ງປະຕິບັດຕົວຈິງ.
ຂ່າວ-ພາບ: ບົວລະພາ


ຄໍາເຫັນ