![]() |
ພິທີຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈັດຂຶ້ນທີ່ອານຸສາວະລີ ປະຕູໄຊ ໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ສ່ວນທີ່ສະໜາມບິນສາກົນວັດໄຕ ກໍມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ໃຫ້ກຽດຕ້ອນຮັບຢ່າງສົມກຽດ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນບານເຕະເຍົາວະຊົນນາ ນາຊາດ Singa Cup 2026 ຈັດຂຶ້ນໃນລະຫວ່າງວັນທີ 31 ຕຸລາ ຫາ 4 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຈາກ ສປປ ລາວ ຜົນງານໃນຮອບແບ່ງກຸ່ມ ລົງສະໜາມ 3 ນັດ ຊະນະ 2 ສະເໝີ 1 ມີ 7 ຄະແນນ ໄດ້ອັນດັບທີ 1 ຂອງກຸ່ມ F ໂດຍນັດທຳອິດ ເບ ສະຫວັນ ຊະນະ Sunstrikers FC ຈາກຟີລິບປິນ 6-0 ນັດທີ 2 ເບ ສະຫວັນ ສະເໝີກັບ Fortaleza Juniors ຈາກສິງກະໂປ ເຈົ້າພາບ 0-0 ນັດທີ 3 ເບສະຫວັນ ຊະນະ Fluxnesia Soccer Academy ຈາກອິນໂດເນເຊຍ 9-0 ຮອບເພອັອຟ ເບ ສະຫວັນ ຊະນະ Neeb K Sports Academy ຈາກອິນເດຍ 3-0.
![]() |
ສ່ວນຮອບ 16 ທີມສຸດທ້າຍ ເບ ສະຫວັນ ຊະນະ Dallaz Kids FC ຈາກມາເລເຊຍ 7-0 ຮອບ 8 ທີມສຸດທ້າຍ ເບ ສະຫວັນ ຊະນະ TSSX ຈາກມາເລເຊຍ 7-1 ຮອບ 4 ທີມສຸດທ້າຍ ເບ ສະຫວັນ ຊະນະ MMM ຈາກສິງກະໂປ ເຈົ້າພາບ 5-0 ແລະ ນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະໂມສອນ ເບ ສະຫວັນ ເອັຟຊີ (BAY SAVANH FC) ເປັນໜຶ່ງດຽວຈາກລາວ ທີ່ເຂົ້າຮ່ວມແຂ່ງຂັນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ໂດຍມີ 36 ທີມ ແບ່ງອອກເປັນ 8 ກຸ່ມ.
ຂ່າວ: ສີພອນ


ຄໍາເຫັນ