![]() |
ການລົງເຄື່ອນໄຫວໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕາແສງຊ້າງມີໄຊ ໃນໄລຍະຜ່ານມາ ຊຶ່ງຕາແສງດັ່ງກ່າວປະກອບມີ 24 ບ້ານ ມີພົນລະເມືອງ 38.006 ຄົນ ຍິງ 19.117 ຄົນ ມີບຸກຄະລາກອນ ທັງໝົດ 13 ທ່ານ, ຍິງ 1 ທ່ານ ເບື້ອງພັກ: ອົງຄະນະພັກຮາກຖານຕາແສງຊ້າງມີໄຊ ມີຄະນະບໍລິຫານງານພັກຮາກຖານ ທັງໝົດ 7 ສະຫາຍ ຍິງ 1 ສະຫາຍ ປະກອບມີ 27 ໜ່ວຍພັກຂຶ້ນກັບ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ປະກອບມີ 5 ໜ່ວຍງານຄື: ໜ່ວຍງານບໍລິຫານ-ປົກຄອງ ໜ່ວຍງານພັກ-ພະນັກງານ ໜ່ວຍງານເສດຖະກິດ-ການເງິນ ໜ່ວຍງານວັດທະນະທຳ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ການປະຕິບັດໜ້າວຽກໄດ້ຮັບຜົນສໍາເລັດ.
ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ ຄວາມບຸກບືນຫ້າວຫັນ ແລະ ຜົນສຳເລັດອັນຕັ້ງໜ້າຂອງ ຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ, ເມືອງ ແລະ ໂດຍສະເພາະແມ່ນຄວາມພະຍາຍາມຂອງ ຄະນະກຳມະການປົກຄອງຕາແສງຊ້າງມີໄຊ ທີ່ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຢູ່ຕາແສງ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ຄຳແນະນຳ ສະບັບເລກທີ 431/ຄຈສພ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງໄດ້ຢ່າງເປັນຮູບປະທຳ ມີຜົນສຳເລັດເປັນຢ່າງດີ ແລະ ໄດ້ເນັ້ນໜັກໃຫ້ຄະນະກຳມະການປົກຄອງຕາແສງຊ້າງມີໄຊ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດສຶກສາອົບຮົມການເມືອງ-ແນວຄິດ ແລະ ເຜີຍແຜ່ນິຕິກໍາກ່ຽວກັບຕາແສງ ໃນການຄຸ້ມຄອງລັດຮອບດ້ານຢູ່ຮາກຖານ ເພື່ອນໍາພາປະຊາຊົນພັດທະນາ ຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ສ້າງໃຫ້ຮາກຖານມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ.
ພ້ອມນີ້, ຄະນະຈັດຕັ້ງສູນກາງພັກ ໄດ້ນໍາເອົາອຸປະກອນໄອທີ ປະກອບມີ ຄອມພິວເຕີ 1 ເຄື່ອງ ແທັບເລັດ 1 ເຄື່ອງ ແລະ ປຣິນເຕີ 1 ເຄື່ອງ ຊຶ່ງໄດ້ຮັບການສະໜັບສະໜູນຈາກໂຄງການຈົດທະບຽນຄອບຄົວ ແລະ ສະຖິຕິພົນລະເມືອງ ມອບໃຫ້ຕາແສງຊ້າງມີໄຊ ເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງການປົກຄອງຕາແສງ ໃຫ້ໄດ້ຮັບຜົນດີມີຜົນສໍາເລັດ ແລະ ອໍານວຍຄວາມສະດວກໃນການໃຫ້ບໍລິການປະຊາຊົນ.
(ຂ່າວ-ພາບ: ເມືອງໄຊທານີ)

ຄໍາເຫັນ