![]() |
ໃນພິທີ, ທ່ານ ສາກົນ ໄຊຍະລາດ ຫົວໜ້າກົມຈັດຕັ້ງສານປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງສານປະຊາຊົນສູງສຸດ ວ່າດ້ວຍການເລື່ອນຊັ້ນຜູ້ພິພາກສາ ສານປະຊາຊົນສູງສຸດ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກສາຊັ້ນສອງຈໍານວນ 7 ທ່ານ ຄື: ທ່ານ ນາງ ຈັນສະໝອນ ວົງຈໍາພອນ ປະຈໍາຢູ່ຄະນະສານເດັກ, ທ່ານ ນາງ ພັນທະມິດ ອິນທະວົງ ຄະນະສານເດັກ, ທ່ານ ນິພາກອນ ມິມຸນພົນ ຄະນະສານເດັກ, ທ່ານ ຄໍາຝັ້ນ ພົມມະວິເສດ ຄະນະສານແພ່ງ, ທ່ານ ນາງ ໄມວາ ຈັນທອນ ຄະນະສານແຮງງານ, ທ່ານ ນາງ ຂວັນແຂ ເຕັມສົມບັດ ຄະນະສານອາຍາ ແລະ ທ່ານ ສອນໄຊ ໃສຍະມາ ຄະນະສານແຮງງານ ໃຫ້ກຽດຂຶ້ນປະດັບຊັ້ນ ແລະ ມອບຂໍ້ຕົກລົງ ໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ.
![]() |
ໂອກາດນີ້, ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ພິພາກສາທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນ ໃຫ້ເອົາໃຈໃສ່ສຶກສາວຽກງານການເມືອງ-ແນວຄິດ ຕິດພັນກັບຈັນຍາບັນ, ຈັນຍາທຳ, ຄຸນສົມບັດສິນທຳປະຕິວັດ, ຄົ້ນຄວ້າຮ່ຳຮຽນກົດໝາຍ, ມະຕິ, ຄຳສັ່ງຂອງຂັ້ນເທິງໃຫ້ເລິກເຊິ່ງແຕ່ລະໄລຍະ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ຢູ່ສະເໝີໃຫ້ມີຄວາມຮູ້, ຄວາມສາມາດ, ເປັນນັກວິຊາການທີ່ເກັ່ງ, ຊໍານານແບບມືອາຊີບຂອງພະນັກງານສານ, ເຮັດໜ້າທີ່ຕາມພາລະບົດບາດ, ຍົກສູງ ເອົາໃຈໃສ່ຄົ້ນຄວ້າປະຕິບັດໜ້າທີ່ວິຊາສະເພາະ, ວິຊາການໃຫ້ໄດ້ຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຜູ້ພິພາກສາ ແກ້ໄຂຄະດີ ສາມາດຈັດຕັ້ງປະຕິບັດໄດ້, ຄູ່ຄວາມຍອມຮັບ, ສືບຕໍ່ເອົາໃຈໃສ່ເຄື່ອນໄຫວຂະບວນການຕ່າງໆໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະຂອງສານປະຊາຊົນ ໃຫ້ມີຜົນສໍາເລັດ.
ຂ່າວ: ແກ້ວອຸເພັດ


ຄໍາເຫັນ