![]() |
ໂອກາດນີ້ໄດ້ຮັບຟັງ ລາຍງານຜົນການດໍາເນີນວຽກງານຈັດຕັ້ງ-ພະນັກງານ ແລະ ການປັບປຸງກົງຈັກພັກ-ລັດ ໃນໄລຍະຜ່ານມາ. ແຂວງຄຳມ່ວນມີສະມາຊິກພັກທັງໝົດ 23,562 ສະຫາຍ, ຍິງ 6,584 ສະຫາຍ. ຜ່ານການຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກສະໄໝທີ XII ມີສະມາຊິກພັກເຂົ້າຮ່ວມແລ້ວ 18,369 ສະຫາຍ, ກວມ 77.96% ຂອງຈໍານວນສະມາຊິກພັກທົ່ວແຂວງ.
ພ້ອມນີ້ ແຂວງໄດ້ດຳເນີນການປັບປຸງກົງຈັກພັກ-ລັດ ໂດຍສາມາດໂຮມ 7 ພະແນກການ ແລະ 2 ອົງການທຽບເທົ່າຂັ້ນແຂວງ, ພ້ອມທັງ 7 ຫ້ອງການ ແລະ 2 ອົງການທຽບເທົ່າຂັ້ນເມືອງ. ນອກນັ້ນ ຍັງສ້າງຕັ້ງຄະນະພັກຮາກຖານໃໝ່ 4 ແຫ່ງ ແລະ ໜ່ວຍພັກຂຶ້ນກັບ 47 ໜ່ວຍ.
ສຳລັບວຽກງານກອງປະຊຸມໃຫຍ່ ແຂວງໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງ 37 ສະຫາຍ, ໃນນັ້ນເປັນເພດຍິງ 7 ສະຫາຍ, ສ່ວນຄະນະບໍລິຫານງານພັກເມືອງມີ 258 ສະຫາຍ, ຍິງ 37 ສະຫາຍ. ເຖິງຢ່າງໃດກໍຕາມການດຳເນີນວຽກງານຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານເຊັ່ນ: ບາງອົງການຍັງບໍ່ທັນປະຕິບັດບົດບາດເສນາທິການໄດ້ເຕັມທີ່, ການຜັນຂະຫຍາຍນິຕິກຳຍັງຊັກຊ້າ, ການຕິດຕາມກວດກາບໍ່ຕໍ່ເນື່ອງ ແລະ ການກຳນົດພາລະບົດບາດຂອງບາງຂະແໜງການຍັງບໍ່ຈະແຈ້ງ.
ການລົງຕິດຕາມຄັ້ງນີ້ ເປັນໂອກາດສຳຄັນໃນການທົບທວນຜົນງານ, ກຳນົດຈຸດອ່ອນ ແລະ ຊອກຫາແນວທາງແກ້ໄຂ ເພື່ອຍົກສູງຄຸນນະພາບວຽກງານຈັດຕັ້ງ-ພະນັກງານ ແລະ ປັບປຸງກົງຈັກພັກ-ລັດໃຫ້ມີຄວາມກະທັດຮັດ, ມີປະສິດທິຜົນ.
ຂ່າວ: ມະນີວັນ

ຄໍາເຫັນ