![]() |
ທ່ານ ອຸດົມສິນ ສີຊານົນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ, ປັດຈຸບັນພະແນກ ສກຂ ມີ 10 ຂະແໜງການ ແລະ 3 ສູນ, ມີພະນັກງານ-ລັດຖະກອນທັງໝົດ 2,056 ຄົນ ຍິງ 1,081 ຄົນ, ໃນນັ້ນເປັນລັດຖະກອນຄູ 1,779 ຄົນ ຍິງ 978 ຄົນ. ສະເພາະພະນັກງານພາຍໃນພະແນກມີ 64 ຄົນ ຍິງ 24 ຄົນ, ສ່ວນໃຫຍ່ມີຄວາມພ້ອມດ້ານວຸດທິການສຶກສາ ແລະ ຜ່ານການບຳລຸງທິດສະດີການເມືອງຢ່າງເປັນລະບົບ.
ໂອກາດນີ້, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຍົກສູງສະຕິຄວາມຮັບຜິດຊອບ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ຖື 4 ຈຸດສຸມສຳຄັນໃນການຄັດເລືອກພະນັກງານເຂົ້າໃນແຜນກຳນົດ ຄື: ຮັບປະກັນມາດຕະຖານລວມ ແລະ ສະເພາະ; ຄັດເລືອກຢ່າງໂປ່ງໃສ, ພາວະວິໄສ ແລະ ຄຳນຶງເຖິງໂຄງປະ ກອບເພດ, ເຜົ່າ ແລະ ອາຍຸ; ພິຈາລະນາບຸກຄະລາກອນທີ່ມີປະສົບການ ແລະ ປະຕິບັດໜ້າທີ່ຢູ່ຂະແໜງການນັ້ນມາແລ້ວຢ່າງໜ້ອຍ 5 ປີ; ພ້ອມທັງໃຫ້ພະນັກງານມີຄວາມຮັບຜິດຊອບໃນການລົງຄະແນນສຽງ ໃຫ້ຖືກຕ້ອງຕາມລະບຽບການ.
ກອງປະຊຸມຍັງໄດ້ເຊື່ອມຊຶມເອກະສານ, ຄຳແນະນຳ ແລະ ມະຕິຕົກລົງຂອງຂັ້ນເທິງ ກ່ອນດຳເນີນການທາບທາມບຸກຄະລາກອນ ໂດຍການແຈກຢາຍບັດ ແລະ ປ່ອນບັດທາບທາມຕັ້ງແຕ່ຮອບທີ 1 ຫາຮອບທີ 3 ດ້ວຍບັນຍາກາດປະຊາທິປະໄຕ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບ. ຂ່າວ: ວັດທະນາ

ຄໍາເຫັນ