![]() |
ໃນນັ້ນ ປະກອບສ່ວນເຂົ້າໃນການລົງທຶນກໍ່ສ້າງອາຄານຮຽນຊັ້ນດຽວ, ໂຄງສ້າງເບຕົງແບບຖາວອນ 1 ຫຼັງ, ຂະໜາດ 9x56 ແມັດ (ມີ7 ຫ້ອງຮຽນ) ແລະ ຫ້ອງນໍ້າ 1 ຫຼັງ, ຂະໜາດ 3x12 ແມັດ (10 ຫ້ອງ) ຢູ່ໂຮງຮຽນປະຖົມສົມບູນບ້ານໜອງບົກ ເມືອງໜອງບົກ ແຂວງຄໍາມ່ວນ ລວມມູນຄ່າ 3.5 ຕື້ກີບ ເຊິ່ງການ ປະກອບສ່ວນທຶນຮອນນີ້ ໄດ້ຊ່ວຍແກ້ໄຂບັນຫາການຂາດແຄນອາຄານຮຽນ, ສ້າງສະພາບແວດລ້ອມການຮຽນ-ການສອນ ທີ່ໄດ້ມາດຕະຖານໃຫ້ຄູ-ອາຈານ ແລະ ນັກຮຽນ ກວ່າ 578 ຄົນ ແລະ ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ວຽກງານຂອງສະພາປະຊາຊົນ ແຂວງຄໍາມ່ວນ ມູນຄ່າ 1.55 ຕື້ກີບ ເຊິ່ງຜົນງານດັ່ງກ່າວແມ່ນເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດ.
ເປັນກຽດປະດັບຫຼຽນໃນຄັ້ງນີ້ ໂດຍທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ.
ຂ່າວ: ກອງຄໍາ

ຄໍາເຫັນ