![]() |
ໃນພິທີດັ່ງກ່າວ, ທ່ານນາງ ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຮອງຄະນະຮັບຜິດຊອບຊີ້ນໍາລວມໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຜົນສຳເລັດຂອງການຈັດງານພ້ອມດ້ວຍທ່ານທະນູສອນ ພົນອາມາດ ປະທານສະມາຄົມໄອຊີທີ ແລະ ດີຈີຕອນລາວ ໄດ້ສະຫຼຸບ ແລະ ຖອດຖອນບົດຮຽນການຈັດງານໃນຄັ້ງນີ້ ຊຶ່ງເຫັນໄດ້ວ່າເປັນບາດກ້າວທີ່ສຳຄັນ ແລະ ສະແດງຜົນສຳເລັດຂອງການຮ່ວມມືລະຫວ່າງພາກລັດ-ພາກເອກະຊົນ, ການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບໍລິສັດເປັນຕົ້ນ: ສສ ຫວຽດນາມ, ສປ ຈີນ, ໄທ, ກຳປູເຈຍ ແລະ ປະເທດອື່ນໆໃນການພ້ອມກັນ ແລະ ຊຸກຍູ້ສົ່ງເສີມໃນການຫັນເປັນດີຈີຕອນຂອງ ສປປ ລາວ.
![]() |
ພ້ອມກັນນັ້ນ, ເພື່ອເປັນການສະຫຼຸບບັນດາກິດຈະກຳປິ່ນອ້ອມຕ່າງໆພາຍໃນງານກໍໄດ້ມີພິທີມອບລາງວັນໃຫ້ແກ່ຜູ້ຊະນະເລີດ, ຮອງຊະນະເລີດອັນດັບ 1 ແລະ 2 ໃນແຕ່ລະປະເພດຂອງກິດຈະກໍາການແຂ່ງຂັນ Hackkathon, Robot Competition ແລະ ກິລາອີສະປອດຂອງນັກຮຽນ, ນັກສຶກສາໃນແຕ່ລະສະຖາບັນ ແລະ ຕົວເເທນນັກກິລາທີ່ມາຈາກບໍລິສັດທີ່ໃຫ້ການສະໜັບສະໜູນງານດັ່ງກ່າວທີ່ໄດ້ເຂົ້າຮ່ວມຄັດເລືອກ ແລະ ຫຼິ້ນກິດຈະກຳຈົນສາມາດໄດ້ຜູ້ຊະນະເລີດໃນແຕ່ລະກິດຈະກຳການແຂ່ງຂັນ ແລະ ແຈກຂອງລາງວັນໃຫ້ແກ່ຜູ້ເຂົ້າຮ່ວມໃນແຕ່ລະວັນຢ່າງເປັນຂະບວນຟົດຟື້ນພາຍໃນງານອີກດ້ວຍ.
![]() |
ໃນຕອນທ້າຍ,ທ່ານ ສັນຕິສຸກ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນຳພັກ-ລັດ ທີ່ໄດ້ໃຫ້ການນຳພາ-ຊີ້ນຳ, ອຳນວຍຄວາມສະດວກມາຍັງທຸກຂະແໜງການທີ່ໄດ້ໃຫ້ຄວາມສຳຄັນຕໍ່ງານໃນຄັ້ງນີ້ເວົ້າລວມ, ເວົ້າສະເພາະ ກໍຄືສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ສະມາຄົມໄອຊີທີ ແລະ ດີຈີຕອນລາວ (LIDA), ຜູ້ໃຫ້ການສະໜັບສະໜູນ, ອຸປະຖຳທັງພາຍໃນ ແລະ ຕ່າງປະເທດ, ບັນດາວິທະຍາກອນ, ຊ່ຽວຊານ, ຜູ້ເຂົ້າຮ່ວມວາງສະແດງ, ຜູ້ເຂົ້າແຂ່ງຂັນ, ຄະນະກຳມະການ ແລະ ຄະນະຮັບຜິດຊອບທຸກທ່ານທີ່ໄດ້ເສຍສະຫຼະເວລາ, ກຳລັງແຮງສະຕິປັນຍາ, ຫົວຄິດປະດິດສ້າງໃນການກະກຽມ ແລະ ດຳເນີນທຸກວຽກງານດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ການຈັດງານໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
![]() |
ຜົນສຳເລັດດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວຄວາມເອົາໃຈໃສ່ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການສ້າງຈິດສໍານຶກໃຫ້ທົ່ວສັງຄົມໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມສໍາຄັນຂອງການຫັນເປັນອຸດສາຫະກໍາທັນສະໄໝ, ການພັດທະນາເສດຖະກິດ-ສັງຄົມດີຈີຕອນ ແລະ ເປັນບາດກ້າວສຳຄັນໃນການກ້າວສູ່ຍຸກປັນຍາປະດິດຂອງ ສປປ ລາວ ໄປສູ່ລະດັບພາກພື້ນ ແລະ ສາກົນ.
(ຂ່າວ: ແສງຈັນ)




ຄໍາເຫັນ