![]() |
ການແຂ່ງຂັນຄັ້ງນີ້, ຈັດຂຶ້ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນງານບຸນອອກພັນສາປະວໍຣະນາ ແລະ ບຸນ ຊ່ວງເຮືອ ປະຈຳປີ 2026 ທີ່ນະຄອນປາກເຊ ໃຫ້ມີບັນຍາກາດຟົດຟື້ນ ເບີກບານມ່ວນຊື່ນ. ທັງເປັນການພັດທະ ນາວົງການກິລາກະຕໍ້ພາຍໃນແຂວງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອກຽມຄວາມພ້ອມຮອງຮັບ 2 ງານກິລາໃຫຍ່ລະດັບຊາດໃນອະນາຄົດ ຄື: ງານມະຫະກຳກິລານັກຮຽນທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງເປັນເຈົ້າພາບ ໃນປີ 2027 ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກເປັນເຈົ້າພາບ ໃນປີ 2028.
![]() |
ສໍາລັບການແຂ່ງຂັນຈັດຂຶ້ນເປັນ 2 ລາຍການ ຄື: ຮຸ່ນທົ່ວໄປມີ 14 ພາກສ່ວນ ແລະ ຮຸ່ນອາວຸໂສມີ 6 ພາກສ່ວນເຂົ້າຮ່ວມຊີງໄຊ. ລາງວັນ ທີ 1 ໄດ້ຮັບຂັນ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນສົດ 3,000,000 ກີບ; ທີ 2 ໄດ້ຮັບຫຼຽນລາງວັນ ພ້ອມເງິນສົດ 2,000,000 ກີບ; ທີ 3 ໄດ້ຮັບຫຼຽນລາງວັນ ພ້ອມເງິນສົດ 1,000,000 ກີບ. ແຫຼ່ງຂ່າວ: ແຂວງຈຳປາສັກ


ຄໍາເຫັນ