![]() |
ທ່ານ ດາວຽງສັກ ຫວ່າງວິຈິດ ຮອງປະທານ ສນຊ ຫົວໜ້າອະນຸກຳມະການກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ XI ປະຈໍາປີ 2026 ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ຈັດກອງປະຊຸມດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍສະເພາະ ບັນດາໜ້າວຽກທີ່ໄດ້ສົມທົບ ແລະ ບັນດາໜ້າວຽກທີ່ຈະໄດ້ສືບຕໍ່ຂໍທິດຊີ້ນໍາ ເປັນຕົ້ນ ວຽກງານອະນຸກໍາມະການເນື້ອໃນ, ກອງເລຂາ ແລະ ປະສານງານໄດ້ສໍາເລັດເອກະສານ ຄື: ວາລະລວມກອງປະຊຸມ, ບົດຖະແຫຼງຂ່າວກອງປະຊຸມ, ສານອວຍພອນ, ບົດປາໄສ, ບົດກ່າວເປີດ, ບົດຖະແຫຼງຜົນສໍາເລັດກອງປະຊຸມ, ໜັງສືຫາຄະນະກໍາມະການປົກຄອງແຂວງຫຼວງພະບາງ, ໜັງສືຫາກົມພາສີ ກະຊວງການເງິນ, ປະສານໃຫ້ແຕ່ລະອະນຸກໍາມະການຂຶ້ນແຜນງົບປະມານນໍາໃຊ້ຂອງຕົນ; ສົມທົບກັບສູນກາງ ອພສ ຈັດພິທີການຖະແຫຼງຂ່າວ ກອງປະຊຸມໃນວັນທີ 20 ຕຸລາ 2026; ສຳເລັດການສັງລວມບົດຄຳເຫັນຂອງແຕ່ລະປະເທດໃນຈຸດທີ່ເຫັນວ່າຄວນມີການປັບປຸງ; ໄດ້ຮັບຮ່າງຂໍ້ລິເລີ່ມ (ຖະແຫຼງການຮ່ວມ) ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ XI ຈະໄດ້ສືບຕໍ່ປັບປຸງ; ໄດ້ຮັບລາຍຊື່ຜູ້ເຂົ້າຮ່ວມຈາກບັນດາປະເທດໄດ້ຈຳນວນໜຶ່ງ; ອະນຸກໍາມະການພິທີການ ແລະ ສະຖານທີ່: ໄດ້ປະຊຸມປຶກສາຫາລື ແລະ ແຕ່ງ ຕັ້ງພະນັກງານຈາກພາກສ່ວນກ່ຽວຂ້ອງປະກອບໃສ່ວຽກງານຕ່າງໆ; ສົມທົບພາກສ່ວນກ່ຽວຂ້ອງຂອງລາວ ແລະ ຝ່າຍຈີນ ລົງກວດກາສະຖານທີ່ເຮັດກິດຈະກຳຕ່າງໆ ແລະ ຫ້ອງປະຊຸມ; ໄດ້ສຳເລັດການຂຶ້ນແຜນງົບປະມານ ນໍາໃຊ້ຂອງຕົນ; ອະນຸກໍາມະການປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ: ໄດ້ສົມທົບກັບກະຊວງ ປກສ, ກົມປິ່ນປົວກະຊວງສາທາ ຂຶ້ນແຜນງົບປະມານນໍາໃຊ້ຂອງຕົນ; ອະນຸກໍາມະການໂຄສະນາ ແລະ ຂະ ບວນການ: ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແບ່ງວຽກງານໃນອະນຸກຳມະການ ເປັນຕົ້ນວຽກງານການຖະແຫຼງຂ່າວ, ວຽກງານການວາງສະແດງ (ຮ້ານ) ແລະ ວຽກສິລະປະການສະແດງ ແລະ ອື່ນໆ ສໍາເລັດ.
![]() |
ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອໃຫ້ອະນຸກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກກອງປະຊຸມ ໄດ້ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້ ເພື່ອຂໍທິດຊີ້ນໍາຕື່ມບັນດາໜ້າວຽກທີ່ຍັງບໍ່ທັນເຮັດໄດ້ດີ, ບໍ່ທັນເໝາະສົມ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ວັນເພັງ


ຄໍາເຫັນ