![]() |
ໃນພິທີ, ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການນີ້ ເຫັນໄດ້ໝາກຜົນຕົວຈິງຫຼາຍດ້ານທີ່ສໍາຄັນ ເປັນຕົ້ນ: ໄດ້ສໍາເລັດການສຶກສາ-ປະເມີນສະພາບການຕົວຈິງຢ່າງເລິກ ເຊິ່ງກ່ຽວກັບຂໍ້ຈຳກັດຂອງແມ່ຍິງ ແລະ ຜູ້ມີຄວາມພິການ ຊຶ່ງໄດ້ກາຍເປັນຂໍ້ມູນພື້ນຖານອັນໜັກແໜ້ນ ສໍາລັບການກໍານົດນະໂຍບາຍ ສົ່ງເສີມທຸລະກິດແບບມີສ່ວນຮ່ວມຂອງກະຊວງ ແລະ ແຂວງຫຼວງພະບາງ ເຮັດໃຫ້ບັນດາຜູ້ປະກອບການ ສາມາດຍົກລະດັບການອອກແບບການຫຸ້ມຫໍ່ ໄດ້ມາດຕະຖານ, ເຂົ້າໃຈຂັ້ນຕອນການຍື່ນຂໍກາໝາຍ ODOP ແລະ ມີທັກສະໃນການເປີດຮ້ານຄ້າ-ຂາຍ ສິນຄ້າຜ່ານຊ່ອງທາງອອນລາຍຢ່າງໝັ້ນໃຈ. ພ້ອມນີ້, ໂຄງການໄດ້ຊ່ວຍປ່ຽນສະຖານະພາບຂອງກຸ່ມຄົນພິການ ແລະ ແມ່ຍິງ ຈາກ “ຜູ້ລໍຖ້າການຊ່ວຍເຫຼືອ” ໃຫ້ກາຍມາເປັນ “ຜູ້ນໍາທຸລະກິດ ແລະ ຜູ້ປະກອບສ່ວນສໍາຄັນຕໍ່ເສດຖະກິດຊຸມຊົນ”. ຜົນສໍາເລັດນີ້ໄດ້ຮັບການຢືນຢັນ ແລະ ຍ້ອງຍໍຢ່າງສູງ ເມື່ອທ່ານເອກອັກຄະລັດຖະທູດອົສຕຣາລີ, ຕະຫຼອດຮອດການນໍາຂັ້ນສູງຂອງປະເທດໄດ້ໄປຢ້ຽມຢາມ ແລະ ຍ້ອງຍໍຊົມເຊີຍ ດ້ວຍຄວາມປະທັບໃຈ.
![]() |
ເພື່ອໃຫ້ພິທີປິດໂຄງການໃນມື້ນີ້ມີຄຸນຄ່າສູງສຸດ ແລະ ກາຍເປັນເວທີແຫ່ງການຖອດຖອນບົດຮຽນ ຕົວຈິງ, ວາລະການດໍາເນີນງານໃນມື້ນີ້ ໄດ້ຖືກອອກແບບມາຢ່າງລະອຽດ ເພື່ອເປີດໂອກາດໃຫ້ທຸກພາກ ສ່ວນໄດ້ມີສ່ວນຮ່ວມໃນການສະຫຼຸບຕີລາຄາ ແລະ ແລກປ່ຽນຊຶ່ງກັນ ແລະ ກັນ ແລະ ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ຍັງຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມທຸກພາກສ່ວນ, ທັງພາກລັດ, ຄູ່ຮ່ວມພັດທະ ນາ, ພາກທຸລະກິດ ແລະ ຜູ້ປະກອບການ ຈົ່ງໄດ້ນໍາໃຊ້ແຕ່ລະໄລຍະວາລະສໍາຄັນເຫຼົ່ານີ້ ທົບທວນຄືນ ຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ສ້າງສັນ ອັນໃດຄືບົດຮຽນທີ່ດີທີ່ຄວນຖອດຖອນ? ອັນໃດຄືສິ່ງທ້າທາຍ ທີ່ຍັງຄົງຄ້າງ? ເພື່ອໃຫ້ສຽງສະທ້ອນ ແລະ ປະສົບການຈາກທຸກທ່ານ ກາຍເປັນບົດຮຽນອັນລໍ້າຄ່າ ໃນການກຳນົດທິດທາງ ແລະ ສົ່ງຕໍ່ຜົນສໍາເລັດໄປສູ່ການປະຕິບັດຕົວຈິງໃນຕໍ່ໜ້າ. ພິທີປິດໂຄງການຄັ້ງນີ້ ເພື່ອທົບທວນຄືນຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ.
(ຂ່າວ: ແສງຈັນ)


ຄໍາເຫັນ