![]() |
ໃນກອງປະຊຸມ, ສະຫາຍ ວັນດີ ບຸດສະດີ ກຳມະການປະຈຳພັກ ຫົວໜ້າກົມຈັດຕັ້ງ ໄດ້ຜ່ານບົດສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຈັດຕັ້ງ ຂອງກະຊວງການຕ່າງປະເທດ ໃນໄລຍະ 5 ປີ (2021-2025) ຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ວຽກງານຈັດຕັ້ງຂອງກະຊວງໃນຕໍ່ໜ້າ. ຫຼັງຈາກນັ້ນ, ໃນກອງປະຊຸມກໍຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະ ສານ ໂດຍ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຕົ້ນແມ່ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XII, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ເລກທີ 64/ກມສພ) ແລະ ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍໃນໄລຍະໃໝ່ (ເລກທີ 61/ກມສພ) ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ.
ກອງປະຊຸມຄັ້ງນີ້, ໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ທອງສະຫວັນ ພົມວິຫານ ໂດຍສະຫາຍໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານການກໍ່ສ້າງພັກ-ພະນັກ ງານ, ເອົາໃຈໃສ່ນຳພາ - ຊີ້ນຳ ວຽກງານການເມືອງ - ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງໄດ້ຮຽກຮ້ອງມາຍັງຄະນະພັກ - ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໝົດ ຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະຜ່ານມາ ແລະ ພ້ອມກັນຖອດຖອນບົດຮຽນຈາກບັນດາຂໍ້ຂາດຕົກບົກພ່ອງໃນໄລຍະຜ່ານມາ ເພື່ອປັບປຸງແກ້ໄຂໃຫ້ສອດຄ່ອງໃນສະພາບການໃໝ່ ແລະ ນໍາພາວຽກງານການຕ່າງປະທດໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນກົມ ຈົ່ງເປັນແບບຢ່າງໃນການນຳພາ ແລະ ເສຍສະຫຼະເພື່ອສ່ວນລວມຢ່າງສູງສົ່ງເພື່ອຮັບປະກັນປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ກໍຄືການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະ ຈັດຕັ້ງຜັນຂະຫຍາຍວຽກງານຈັດຕັ້ງຂອງກະຊວງການຕ່າງປະເທດຕາມທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030).
(ຂ່າວ: ກຕທ)

ຄໍາເຫັນ