ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກຂະແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໃນຖານະເປັນຜູ້ປະສານງານ ແລະ ໃຫ້ການຊ່ວຍເຫຼືອຮອບດ້ານ, ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ ຕໍ່ການສະໜັບສະໜູນຂອງລັດຖະບານອົສຕຣາລີ, ລັດຖະບານ ສປ ຈີນ, ລັດຖະບານລຸກຊຳບວກ, ສະຫະລັດອາເມຣິກາ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ; ອົງການພັດທະນາ ແລະ ຮ່ວມມືປະເທດສະວິດເຊີແລນ; ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ປະກອບສ່ວນ ເຮັດໃຫ້ການສຳຫຼວດແບບດີຈີຕອນຄັ້ງທຳອິດຂອງປະເທດປະສົບຜົນສຳເລັດ. ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ໃຫ້ນຳໃຊ້ຂໍ້ມູນຈາກການສຳຫຼວດຄັ້ງນີ້ ເພື່ອເປັນບ່ອນອີງທີ່ສຳຄັນໃນການຕິດຕາມ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ການວາງນະໂຍບາຍຂະແໜງການ, ການຈັດສັນງົບປະມານ ແລະ ການລົງທຶນເຂົ້າໃນໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ.
 |
| |
ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະຫຼຸບພາບລວມ ຜົນການສຳຫຼວດ ຊຶ່ງຊີ້ໃຫ້ເຫັນເຖິງການປ່ຽນແປງທາງດ້ານໂຄງສ້າງປະຊາກອນ ເປັນຕົ້ນແມ່ນປະຊາກອນ ແລະ ການຂະຫຍາຍຕົວ: ພົນລະເມືອງລາວຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາທັງໝົດ 7,555,536 ຄົນ (7,55 ລ້ານຄົນ). ໃນນັ້ນ, ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາແມ່ນ 7,24 ລ້ານຄົນ (ອີງໃສ່ຈໍານວນຄົນຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ຖືກຈົດນັບໃນເວລາສໍາຫຼວດຕົວຈິງມີ 6,744,701 ຄົນ ແລະ ບວກເພີ່ມ 497,069 ຄົນ (ຄວາມຜິດດ່ຽງ (+7%) ຈາກການສຳຫຼວດປະເມີນຄຸນນະພາບ) ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາທີ່ອາໃສຢູ່ຕ່າງປະເທດແມ່ນ 313,766 ຄົນ (313.7 ແສນຄົນ). ອັດຕາສ່ວນພົນລະເມືອງແມ່ຍິງຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາກວມເອົາ 49.2% ແລະ ຜູ້ຊາຍ 50.8%; ໂຄງສ້າງອາຍຸ ແລະ ໂອກາດທາງເສດຖະກິດ: ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (15–64 ປີ) ເພີ່ມຂຶ້ນເປັນ 65.0%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫຼຸດລົງ ຊຶ່ງຖືເປັນ "ໂອກາດທາງພົນລະເມືອງ" (Demographic Dividend) ທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດຂອງ ສປປ ລາວ; ການສຶກສາ: ອັດຕາການຮູ້ໜັງສືຂອງພົນລະເມືອງອາຍຸ 6 ປີຂຶ້ນໄປບັນລຸ 83.6%.
 |
| |
ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການອຸຍນີເຊັບ (UNFPA) ໄດ້ສະແດງຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສຳຫຼວດຄັ້ງນີ້ ແລະ ໄດ້ເນັ້ນໃສ່ຄວາມສຳຄັນຂອງການນຳໃຊ້ຂໍ້ມູນວ່າ: “ຜົນສຳເລັດການສຳຫຼວດພົນລະເມືອງແມ່ນບາດກ້າວສຳຄັນ, ແຕ່ຜົນປະໂຫຍດທີ່ແທ້ຈິງ ແມ່ນການນຳໃຊ້ຂໍ້ມູນເຫຼົ່ານີ້ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພື່ອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບໍ່ປະປ່ອຍໃຜໄວ້ທາງຫຼັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາຂອງ ສປປ ລາວ ຢ່າງຍືນຍົງ.”
(ຂ່າວ: ສູນສະຖິຕິແຫ່ງຊາດ, ພາບ: ວັນເພັງ)
ຄໍາເຫັນ