CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ປີນີ້ແມ່ນຄົບຮອບ 15 ປີຂອງກົນໄກລາດຕະເວນປະຕິບັດກົດໝາຍຮ່ວມແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ. ຕະຫຼອດໄລຍະ 15 ປີຜ່ານມາ, ພາກສ່ວນປະຕິບັດກົດໝາຍຈາກ 4 ປະເທດດັ່ງກ່າວໄດ້ຮ່ວມຈິດຮ່ວມໃຈ ແລະ ຊ່ວຍຊູຍູ້ໜູນກັນ,
ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນດ້ານການປະຕິບັດກົດໝາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປ້ອງຄວາມປອດໄພ ແລະ ຄວາມສະດວກໃນການເດີນເຮືອຕາມແມ່ນໍ້າຂອງ, ປົກປັກຮັກສາຄວາມປອດໄພ ແລະ ສະຖຽນລະພາບຢູ່ຕາມລ່ອງແມ່ນໍ້າຂອງ, ໝາກຜົນການຮ່ວມມືທີ່ຕິດແທດຕົວຈິງດັ່ງກ່າວໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກລັດຖະບານ ແລະ ປະຊາຊົນຂອງບັນດາປະເທດຢູ່ລຽບຕາມແມ່ນໍ້າຂອງ.
ກິດຈະກໍາ “ສາຍຮູບເງົາກາງແຈ້ງ” ຍັງຈະສືບຕໍ່ຕິດຕາມທີມລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ເດີນທາງໄປຍັງບ້ານ, ທ່າເຮືອ ແລະ ສະຖານທີ່ຕ່າງໆຕາມລ່ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສາຍຮູບເງົາຫຼາຍຄັ້ງໃຫ້ແກ່ຜູ້ຊົມໃນປະເທດດັ່ງກ່າວໂດຍບໍ່ເສຍຄ່າເຂົ້າຊົມ.
ຄໍາເຫັນ