ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວສະມາດແມັດ ໃຫ້ຮູ້ວ່າ: ການແຂ່ງ ຂັນລາຍການດັ່ງກ່າວໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງເວທີໃຫ້ເຍົາວະຊົນລາວໄດ້ຖອດຖອນບົດຮຽນ ປະສົບການ ແລະ ສະແດງຄວາມສາມາດທາງດ້ານຄະນິດສາດ ແນໃສ່ຝຶກທັກສະການຄິດຄຳນວນ, ການຄວບຄຸມສະມາທິ ແລະ ການເຮັດວຽກພາຍໃຕ້ແຮງກົດດັນຂອງເວລາ ແລະ ສະພາບແວດລ້ອມທີ່ມີຜູ້ຊົມ ແລະ ສື່ມວນຊົນຈຳນວນຫຼາຍ, ເພື່ອພັດທະນາຄວາມພ້ອມໃຫ້ເທົ່າທຽບກັບລະດັບສາກົນເທື່ອລະກ້າວ. ປີນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 160 ຄົນຈາກທົ່ວປະເທດ ໂດຍແບ່ງອອກເປັນ 3 ລະດັບອາຍຸຄື: ລະດັບ A (ອາຍຸ 5-7 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກຈຳນວນ 100 ຂໍ້ (ເວລາ 15 ນາທີ); ລະດັບ B (ອາຍຸ 7 ປີປາຍ- 9 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກຈຳນວນ 100 ຂໍ້ (ເວລາ 10 ນາທີ); ລະດັບ C (ອາຍຸ 9 ປີປາຍ - 15 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ (ເວລາ 10 ນາທີ). ນອກຈາກນີ້, ທຸກລະດັບຍັງໄດ້ແຂ່ງຂັນການບວກຄຳປາກເປົ່າໂຈດບວກ-ລົບ 4 ຊັ້ນ 2 ຫຼັກຈຳນວນ 50 ຂໍ້.
 |
| |
ຜ່ານການແຂ່ງຂັນຜົນປະກົດວ່າ: ການແຂ່ງຂັນລະດັບ A: ຊະນະເລີດ ທີ 1: ນາງ ປິ່ນສຸດາ ແສງເພັດ (149/150 ຄະແນນ); ທີ 2: ທ້າວ ສີວິໄລ ດວງສະຫວັນ (146 ຄະແນນ), ທີ 3: ທ້າວ ວີລະພາບ ຜົງສະຫວັນ (133 ຄະແນນ); ລະດັບ B: ທີ 1: ນາງ ພິມພາ ແກ້ວດວງດີ (150/150 ຄະແນນ), ທີ 2: ນາງ ທິບທິດາພອນ ແກ້ວມາ (149 ຄະແນນ) ແລະ ທີ 3: ທ້າວ ສອນທະວີ ດວງສະຫວັນ (142 ຄະ ແນນ); ລະດັບ C: ທີ 1: ທ້າວ ຄໍາມຸງຄຸນ ລໍບຸນແອງ (148 ຄະແນນ), ທີ 2: ນາງ ເພັດມະນີ ພົມມາຈັກ (148 ຄະແນນ) ແລະ ທີ 3: ນາງ ສົມປາດຖະໜາ ສິງທະບຸດ (144 ຄະແນນ). ຜູ້ຊະນະເລີດ ທີ 1-3 ໄດ້ຮັບຂັນລາງວັນ, ທຶນຮຽນສະມາດແມັດ (6 ເດືອນ, 3 ເດືອນ, 1 ເດືອນຕາມລະດັບ) ແລະ ຄອດຮຽນພາສາບໍ່ເສຍຄ່າຢູ່ເຮືອນຮຽນຮູ້ຮ່ວມສໍາລັບເດັກດອນໜູນ (ລວມມູນຄ່າລາງວັນທັງໝົດ 25 ລ້ານກີບ). ພ້ອມນີ້ ຜູ້ເຂົ້າແຂ່ງຂັນທຸກຄົນຍັງໄດ້ຮັບຫຼຽນຊົມເຊີຍ, ຂອງທີ່ລະນຶກຈາກທະນາຄານການຄ້າຕ່າງປະເທດລາວ ແລະ ບັດເຕີມເງິນຈາກລາວໂທລະຄົມ ແລະ T-Plus. ພາຍໃນງານຍັງໄດ້ມີການສະແດງຄວາມສາມາດຂອງນ້ອງໆຈາກເຮືອນຮຽນຮູ້ຮ່ວມສໍາລັບເດັກດອນໜູນ (ຮ້ອງເພງ, ເຕັ້ນ, ຫຼິ້ນໄວໂອລິນ) ແລະ ພິທີມອບລາງວັນການແຂ່ງຂັນແຕ້ມຮູບສັດປະຈຳຊາດ ສົກ 2025-2026.
ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ສົງການ ພັນແພງດີ)
ຄໍາເຫັນ