![]() |
ທ່ານ ຟ້າມ ມີງເຊີນ ໄດ້ກ່າວຕ້ອນຮັບ ຄະນະສໍາມະນາກອນຈາກ ສປປ ລາວ ແລະ ໄດ້ຊີ້ແຈງວ່າ: ຫຼັກສູດປີນີ້ໄດ້ປັບປຸງເນື້ອໃນ ແລະ ວິທີການສິດສອນໃຫ້ສອດຄ່ອງກັບການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີ, ປັນຍາປະດິດ ແລະ ລະບົບຂໍ້ມູນຂ່າວສານ ເພື່ອຕອບສະໜອງຄວາມຕ້ອງການດ້ານການນຳພາ ແລະ ຄຸ້ມຄອງສື່ມວນຊົນໃນຍຸກໃໝ່.
ທ່ານ ນາງ ກອງບຸນ ສຸລິວົງ ໄດ້ກ່າວສະແດງຄວາມຂອບໃຈຝ່າຍຫວຽດນາມ ພ້ອມເນັ້ນໃຫ້ສຳມະນາກອນນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ລາວ ໂດຍສະເພາະການຍົກລະດັບການບໍລິຫານ ແລະ ການຮັກສາຈັນຍາບັນສື່ມວນຊົນໃນຍຸກດີຈີຕອນ. ນອກຈາກນັ້ນ, ສໍາມະນາກອນຈະໄດ້ຝຶກການນຳໃຊ້ປັນຍາປະດິດໃນວຽກງານຂ່າວສານ, ການກຳນົດປະເດັນຂ່າວ, ກວດສອບຄວາມຖືກຕ້ອງຂອງຂໍ້ມູນຄຸ້ມຄອງແຫຼ່ງຂ່າວ, ຜະລິດຂ່າວວີດີໂອສັ້ນລາຍການສຽງພາບຂໍ້ມູນຂ່າວສານ ແລະ ຂ່າວຜ່ານໂທລະສັບມືຖື. ພ້ອມກັນນີ້, ຍັງສຶກສາການຈັດການວິກິດການສື່ມວນຊົນ, ການແກ້ໄຂຂໍ້ຜິດພາດຈັນຍາບັນວິຊາຊີບ ແລະ ຄວາມປອດໄພໃນການປະຕິບັດໜ້າທີ່.
ທ່ານ ວັນເພັງ ໄຟຍະມາດ ໄດ້ເນັ້ນເຖິງຄວາມສຳຄັນຂອງການບຳລຸງສ້າງບຸກຄະລາກອນສື່ມວນຊົນ ເພື່ອເພີ່ມທັກສະການກວດສອບຂໍ້ມູນ, ຕ້ານຂ່າວປອມ ແລະ ຂ່າວບິດເບືອນ ພ້ອມມີສ່ວນຮ່ວມຖະນຸບຳລຸງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ. ຄຽງຄູ່ກັບການຮຽນທິດສະດີ, ສຳມະນາກອນຈະໄດ້ເຄື່ອນໄຫວຢ້ຽມຢາມ ແລກປ່ຽນບົດຮຽນ ກັບອົງການສື່ມວນຊົນຕ່າງໆໃນຫວຽດນາມ ລວມທັງວາລະສານກໍ່ສ້າງພັກ, ສຳນັກງານໂຮງພິມຮ່າໂນ້ຍ, ໜັງສືພິມກອງທັບປະຊາຊົນ, ໜັງສືພິມ ແລະ ວິທະຍຸໂທລະພາບຮ່າໂນ້ຍ, ວິທະຍຸຫວຽດນາມ ແລະ ບາງແຂວງຂອງຫວຽດນາມ.
ການຝຶກອົບຮົມໃນຄັ້ງນີ້, ຈະຊ່ວຍຍົກລະດັບຄວາມສາມາດຂອງພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວ, ປັບປຸງຄຸນນະພາບຂ່າວສານໃຫ້ຖືກຕ້ອງ ແລະ ໜ້າເຊື່ອຖື ພ້ອມທັງເສີມສ້າງການຮ່ວມມືດ້ານສື່ມວນຊົນລະຫວ່າງ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
(ແຫຼ່ງຂ່າວ: ວຽງຈັນໃໝ່)

ຄໍາເຫັນ