![]() |
ພິທີເຊັນສັນຍາເປັນການລົງນາມໄດ້ຈັດຂຶ້ນໃນວັນທີ 15 ຕຸລາຜ່ານມາ ທີ່ສະຖານທູດຍີ່ປຸ່ນປະຈຳລາວ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ ໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກພັກແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
ທ່ານທູດ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວໃນພິທີເຊັນສັນຍາວ່າ: “ອາຄານປິ່ນປົວຂອງໂຮງໝໍນ້ອຍ ຫ້ວຍຂົວຫຼວງ ໃນປັດຈຸບັນແມ່ນໄດ້ສ້າງຂຶ້ນໃນປີ 1994, ໄດ້ມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ພ້ອມນັ້ນ, ຕົວອາຄານຍັງຕັ້ງຢູ່ເຂດຕໍ່າລຽບແຄມແມ່ນໍ້າຂອງ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມຕາມພື້ນທີ່ທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວຈະໄດ້ມີການກໍ່ສ້າງອາຄານປິ່ນປົວຫຼັງໃໝ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຊຶ່ງເປັນຕອນດິນທີ່ພໍ່ແມ່ປະຊາຊົນໄດ້ຊື້ຫາກະກຽມໄວ້; ຂ້າພະເຈົ້າຄາດຫວັງວ່າ ພາຍຫຼັງທີ່ອາຄານປິ່ນປົວຫຼັງໃໝ່ກໍ່ສ້າງສຳເລັດແລ້ວ ຈະຊ່ວຍໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ຮັບການຍົກລະດັບໃຫ້ດີຍິ່ງຂຶ້ນ.”
ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະ ໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ ແຂວງໄຊຍະບູລີ ລວມເປັນມູນຄ່າຫຼາຍກວ່າ 1,700,000 ໂດລາ ເປັນຕົ້ນແມ່ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳລິນໃນໄລຍະຜ່ານມາ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
(ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ