ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ
ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຖານທດລາວ ປະຈຳ ສ ເກາຫ ຮວມກບ HUFS ທບທວນ 10 ປການ ສອນພາສາລາວ ພອມຊກຍການຮວມມດານການສກສາ - image 1
 

 

 ໃນໂອກາດນີ້, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດການຮຽນ-ການສອນພາສາລາວໃນ ສເກົາຫຼີ ຄົບຮອບ 10 ປີ ຊຶ່ງເປັນຂີດໝາຍສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບລາວ-ເກົາຫຼີ.ການຮຽນພາສາລາວບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາເກົາຫຼີສາມາດສື່ສານດ້ວຍພາສາລາວໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍເສີມສ້າງຄວາມເຂົ້າໃຈຕໍ່ວັດທະນະທຳ, ຮີດຄອງປະເພນີ ແລະ ສັງຄົມລາວຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະອາຈານ ແລະ ຜູ້ກ່ຽວຂ້ອງທຸກຝ່າຍ ທີ່ໄດ້ທຸ່ມເທແຮງກາຍແຮງໃຈໃນການພັດທະນາການຮຽນ-ການສອນພາສາລາວໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຊຶ່ງເປັນພື້ນຖານສຳຄັນໃນການສົ່ງເສີມການແລກປ່ຽນລະຫວ່າງຊາວໜຸ່ມຂອງສອງປະເທດ. ທ່ານຍັງສະແດງຄວາມຫວັງວ່າ ການຮ່ວມມືກັບສະຖາບັນການສຶກສາຂອງລາວຈະໄດ້ຮັບການຂະຫຍາຍຕົວຕື່ມອີກໃນອະນາຄົດ ແລະ ນຳມາຊຶ່ງຜົນສຳເລັດທີ່ເປັນຮູບປະທຳດ້ານການສຶກສາ.

ສະຖານທດລາວ ປະຈຳ ສ ເກາຫ ຮວມກບ HUFS ທບທວນ 10 ປການ ສອນພາສາລາວ ພອມຊກຍການຮວມມດານການສກສາ - image 2
 

ທ່ານ ນາງ ກຶນເຮ ຊິນ ໄດ້ເນັ້ນວ່າ: ນັບແຕ່ການເປີດສອນພາສາລາວໃນປີ 2016, ຄວາມຮ່ວມມືລະຫວ່າງອາຈານລາວ ແລະ ອາຈານເກົາຫຼີ ໄດ້ມີສ່ວນສຳຄັນໃນການພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຂະຫຍາຍໂອກາດການຮຽນຮູ້ພາສາລາວໃຫ້ແກ່ນັກສຶກສາ. HUFS ຈະສືບຕໍ່ສົ່ງເສີມການຮຽນພາສາລາວ ແລະ ຊຸກຍູ້ໃຫ້ນັກສຶກສານຳໃຊ້ຄວາມຮູ້ດ້ານພາສາເພື່ອສຶກສາຄົ້ນຄວ້າ ແລະ ເຂົ້າໃຈປະເທດລາວໃຫ້ເລິກເຊິ່ງຍິ່ງຂຶ້ນ.

HUFS ເປັນໜຶ່ງໃນສະຖາບັນການສຶກສາຊັ້ນນຳຂອງ ສເກົາຫຼີ ດ້ານພາສາຕ່າງປະເທດ ແລະ ການສຶກສາພາກພື້ນ ໂດຍເປີດສອນພາສາຕ່າງປະເທດເຖິງ 45 ພາສາ. ການຮຽນພາສາລາວຢູ່ HUFS ເລີ່ມຕົ້ນໃນປີ 2016 ແລະ ປັດຈຸບັນມີການສອນພາສາ ແລະ ວັດທະນະທຳລາວລວມ 3 ວິຊາຕໍ່ພາກຮຽນ, ພາຍໃຕ້ພາກວິຊາໄທສຶກສາ ແລະ ພາກວິຊາການແປ ແລະ ການແປປາກເປົ່າພາສາໄທ. ໃນໄລຍະປີ 2016-2026, ມີຕົວເລກການລົງທະບຽນຮຽນລວມ 783 ເທື່ອຄົນ.

ສະຖານທດລາວ ປະຈຳ ສ ເກາຫ ຮວມກບ HUFS ທບທວນ 10 ປການ ສອນພາສາລາວ ພອມຊກຍການຮວມມດານການສກສາ - image 3
 

ນັບແຕ່ປີ 2022, ການສອນພາສາລາວໄດ້ຮັບການສະໜັບສະໜູນພາຍໃຕ້ໂຄງການຂອງລັດຖະບານເກົາຫຼີ ເພື່ອສົ່ງເສີມການຮຽນ-ການສອນພາສາຕ່າງປະເທດທີ່ມີຄວາມສຳຄັນທາງຍຸດທະສາດ.ໂຄງການດັ່ງກ່າວໄດ້ຊ່ວຍພັດທະນາຫຼັກສູດມາດຕະຖານ ແລະ ປຶ້ມແບບຮຽນພາສາລາວຕັ້ງແຕ່ລະດັບ A1 ຫາ B2. ນອກຈາກນັ້ນ, ຍັງມີການຈັດສອບເສັງມາດຕະຖານເພື່ອປະເມີນລະດັບຄວາມສາມາດດ້ານພາສາລາວເປັນປະຈຳທຸກປີ.ຜົນສຳເລັດດັ່ງກ່າວສ່ວນໜຶ່ງເກີດຈາກການຮ່ວມມືຂອງອາຈານລາວ ແລະ ເກົາຫຼີ. ທ່ານ ນາງ ວິໄລພອນ ສົມສະໝອນ, ຫົວໜ້າຄະນະວິຊາເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ, ເປັນອາຈານທີ່ສອນພາສາລາວຄົນທຳອິດຂອງ HUFS ໃນປີ 2016 ແລະ ຍັງສືບຕໍ່ຮ່ວມມືດ້ານການຄົ້ນຄວ້າ, ການຮຽບຮຽງປຶ້ມແບບຮຽນ ແລະ ການໃຫ້ຄຳປຶກສາດ້ານການສອນ. ນອກຈາກນັ້ນ, ທ່ານ ນາງ ບົວສອນ ທຳມະຈັກ ຈາກພາກວິຊາພາສາ-ວັດທະນະທຳລາວ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ກໍໄດ້ມີສ່ວນຮ່ວມໃນການໃຫ້ຄຳປຶກສາດ້ານການສອນ. ປັດຈຸບັນ, ທ່ານ ນາງ ຊູອຶນ ກິມ (Dr. Sueun Kim) ເປັນອາຈານຜູ້ຮັບຜິດຊອບການສອນພາສາລາວຢູ່ HUFS.

ນອກຈາກການຮຽນ-ການສອນໃນຫ້ອງຮຽນແລ້ວ, HUFS ແລະ ສະຖານທູດລາວປະຈຳ ສເກົາຫຼີ ຍັງໄດ້ຮ່ວມກັນຈັດກິດຈະກຳຫຼາຍຮູບແບບ ເພື່ອສົ່ງເສີມການຮຽນຮູ້ພາສາ ແລະ ວັດທະນະທຳຂອງສອງປະເທດ. ກິດຈະກຳດັ່ງກ່າວປະກອບມີ ການສອນພາສາເກົາຫຼີໃຫ້ແກ່ພະນັກງານສະຖານທູດ ແລະ ຊາວລາວໃນ ສເກົາຫຼີ ທັງໃນຮູບແບບອອນລາຍ ແລະ ແບບເຊິ່ງໜ້າ; ການຈັດໂຄງການຝຶກງານອອນລາຍຢູ່ສະຖານທູດສຳລັບນັກສຶກສາທີ່ຮຽນພາສາລາວ; ການບັນຍາຍພິເສດໂດຍເອກອັກຄະລັດຖະທູດ; ການສະແດງຟ້ອນລາວ; ແລະ ການປະກວດວີດີໂອພາສາລາວ. ນອກຈາກນັ້ນ, ໂຄງການ Summer School ທີ່ມະຫາວິທະຍາໄລສຸພານຸວົງ ຍັງເປັນອີກໜຶ່ງກິດຈະກຳສຳຄັນ ທີ່ເປີດໂອກາດໃຫ້ນັກສຶກສາເກົາຫຼີໄດ້ຮຽນພາສາລາວ ແລະ ແລກປ່ຽນປະສົບການກັບນັກສຶກສາລາວ ແລະ ກິດຈະກຳອື່ນໆອີກຈຳນວນຫຼາຍ. ກິດຈະກຳເຫຼົ່ານີ້ບໍ່ພຽງແຕ່ຊ່ວຍເພີ່ມພູນຄວາມຮູ້ ແລະ ທັກສະດ້ານພາສາຂອງນັກສຶກສາເທົ່ານັ້ນ, ແຕ່ຍັງຊ່ວຍເສີມສ້າງຄວາມເຂົ້າໃຈ, ມິດຕະພາບ ແລະ ການແລກປ່ຽນລະຫວ່າງປະຊາຊົນລາວ-ເກົາຫຼີໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດດຽວກັນນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວປະຈຳ ສເກົາຫຼີ ໄດ້ມອບໃບກຽດຕິຄຸນໃຫ້ແກ່ ທ່ານ ນາງ ຊູອຶນ ກິມ (Dr. Sueun Kim), ອາຈານຜູ້ຮັບຜິດຊອບການສອນພາສາ, ສັງຄົມ ແລະ ວັດທະນະທຳລາວຢູ່ HUFS, ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈຕໍ່ການອຸທິດຕົນ ແລະ ການປະກອບສ່ວນອັນມີຄຸນຄ່າໃນການພັດທະນາການຮຽນ-ການສອນພາສາລາວໃນ ສເກົາຫຼີ.

ການເປີດການຮຽນ-ການສອນພາສາລາວ ຂອງ HUFS ໃນໄລຍະຜ່ານມາ ສະທ້ອນໃຫ້ເຫັນບົດບາດສຳຄັນຂອງການສຶກສາພາສາສາດໃນການເຊື່ອມສານຄວາມເຂົ້າໃຈລະຫວ່າງປະຊາຊົນດ້ວຍກັນ, ທັງສ້າງໂອກາດໃນການແລກປ່ຽນຄວາມຮູ້,ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສເກົາຫຼີ.(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ເພີ່ມເຕີມ