ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະຣາຊະທູດກຳປູເຈຍ ທີ່ໄດ້ສຳເລັດການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ດ້ວຍຜົນສໍາເລັດຢ່າງຈົບງາມ, ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານທູດ ໃນການເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມ ລາວ-ກຳປູເຈຍ, ໂດຍສະເພາະການຍົກລະດັບສາຍພົວພັນຂຶ້ນສູ່ລະດັບໃໝ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນປີ 2019 ຜ່ານມາ ຊຶ່ງປາສະຈາກບໍ່ໄດ້ຈາກການປະກອບສ່ວນຢ່າງຫ້າວຫັນຂອງທ່ານທູດ.
ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ແລະ ໄດ້ໃຫ້ການສະໜັບສະໜູນ ໃນຕະຫຼອດໄລຍະການມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງກັບຄືນປະເທດແລ້ວ ຍັງຈະສືບຕໍ່ເອົາໃຈໃສ່ຕິດຕາມຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ກຳປູເຈຍ ກໍຄື ສົ່ງເສີມການພົວພັນຮ່ວມມື ໃນສາຍພັກ ແລະ ການທູດປະຊາຊົນ ໃນຕໍ່ໜ້າ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ລາວ-ກຳປູເຈຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານເອກອັກຄະຣາຊະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນການກັບໄປຮັບໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
ໃນໄລຍະປີ 2023-2026 ມີການຢ້ຽມຢາມ ແລະ ພົບປະລະດັບສູງທີ່ສຳຄັນຫຼາຍຄັ້ງ ເຊັ່ນ: ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ເຕໂຈ ຮຸນ ແຊນ (ກຸມພາ 2023), ການຢ້ຽມຢາມລັດຖະກິດ ກຳປູເຈຍ ແລະ ການເຂົ້າຮ່ວມກອງປະຊຸມພາຍໃນສອງກົມການເມືອງ ລາວ-ກຳປູເຈຍ (ຄັ້ງທີ 14 ໃນປີ 2024 ແລະ ຄັ້ງທີ 16 ໃນເດືອນກຸມພາ 2026) ລວມທັງການເຂົ້າຮ່ວມກອງປະຊຸມຝຣັງໂກໂຟນີ ໃນເດືອນພະຈິກ 2026 ຂອງ ພະນະທ່ານ ທອງລຸນ ສີສຸລິດ. ສອງຝ່າຍໄດ້ລົງນາມສັນຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ເອກະສານຮ່ວມມືຕ່າງໆ ຫຼາຍກວ່າ 49 ສະບັບ ເຊັ່ນ: ແຜນປະຕິບັດງານຮ່ວມມືສອງຝ່າຍ (2023-2027), ສົນທິສັນຍາວ່າດ້ວຍຊາຍແດນ, ສັນຍາຍົກເວັ້ນໜັງສືຜ່ານແດນການທູດ ແລະ ທາງລັດຖະການ, ມີກົນໄກສຳຄັນໃນການແກ້ໄຂບັນຫາ ແລະ ສົ່ງເສີມການຮ່ວມມືຮ່ວມກັນ ຄື ຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC), ຜົນງານພົ້ນເດັ່ນໃນຂະແໜງການຕ່າງໆ ວຽກປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາຍແດນ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະກັດກັ້ນອາຊະຍາກຳ ແລະ ຢາເສບຕິດຕາມແນວຊາຍແດນ, ຮ່ວມມືດ້ານກົດໝາຍ-ຍຸຕິທຳ ແລະ ຊຸກຍູ້ການປັກຫຼັກໝາຍຊາຍແດນ ຜ່ານກົນໄກ JBC, ການຄ້າ, ການລົງທຶນ ແລະ ພະລັງງານ ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 160 ລ້ານໂດລາ (ປີ 2021) ເປັນ 256 ລ້ານໂດລາ (ປີ 2024) ໂດຍເນັ້ນໃສ່ສິນຄ້າກະສິກຳ, ການຄ້າຊາຍແດນ ແລະ ການຊື້-ຂາຍໄຟຟ້າ (ສາຍສົ່ງ 230 kV ແລະ 500 kV ຈາກບ້ານຫາດ ຫາ ຊຽງແຕງ), ວຽກໂຍທາທິການ, ຂົນສົ່ງ ແລະ ເຕັກໂນໂລຊີ ຊຸກຍູ້ການກໍ່ສ້າງຂົວຂ້າມນໍ້າເຊລຳເພົາ-ຕົນເລເລີປູ, ການຄົມມະນາຄົມທາງບົກສາມຝ່າຍ (ລາວ-ກຳປູເຈຍ-ຫວຽດນາມ) ແລະ ການຮ່ວມມືດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີດີຈີຕອນ, ດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ສັງຄົມ ນັກທ່ອງທ່ຽວກຳປູເຈຍມາລາວເພີ່ມຂຶ້ນທຸກປີ (2022-2025) ພ້ອມທັງຊຸກຍູ້ແລວທາງທ່ອງທ່ຽວພາກໃຕ້ (STC), ການຮ່ວມມືດ້ານການສຶກສາ, ແຮງງານ, ສາທາລະນະສຸກ, ການກວດສອບແຫ່ງລັດ ແລະ ການສິ່ງແວດລ້ອມ-ແມ່ນ້ຳຂອງ.
(ຂ່າວ: ແສງຈັນ)
ຄໍາເຫັນ