ໃນວາລະການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ຈັດຂຶ້ນໃນລະຫວ່າງວັນທີ 24-26 ພະຈິກ 2026, ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2027 ວ່າ: ແຜນດັ່ງກ່າວເປັນແຜນປີທີ 2 ຂອງການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ X (2026-2030), ພ້ອມທັງສືບຕໍ່ປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.
ສໍາລັບທິດທາງການຂະຫຍາຍຕົວຂອງແຕ່ລະຂະແໜງການ, ຂະແໜງກະສິກໍາ ຕັ້ງເປົ້າຂະ ຫຍາຍຕົວສະເລ່ຍ 7% ກວມເອົາ 41.8% ຂອງ GDP, ຂະແໜງອຸດສາຫະກໍາ 7.2% ກວມເອົາ 32.3%, ຂະແໜງບໍລິການ 6.4% ກວມເອົາ 24.5% ແລະ ຂະແໜງພາສີ-ອາກອນ 6.3% ກວມເອົາ 1.4% ຂອງ GDP.
ດ້ານລາຍຮັບ-ລາຍຈ່າຍງົບປະມານ ແຂວງຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 1,745 ຕື້ກີບ ເທົ່າກັບ 20.5% ຂອງ GDP ແລະ ຄວບຄຸມລາຍຈ່າຍບໍ່ໃຫ້ເກີນ 672 ຕື້ກີບ ຫຼື 7.8% ຂອງ GDP, ພ້ອມທັງຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບໜຶ່ງຕົວເລກ ແລະ ຊຸກຍູ້ການສົ່ງອອກຜ່ານລະບົບທະນາຄານໃຫ້ບັນລຸ 75%. ສ່ວນມູນຄ່າການຄ້າຕ່າງປະເທດ ຕັ້ງເປົ້າໃຫ້ບັນລຸ 326 ລ້ານໂດລາ, ໃນນີ້ ມູນຄ່າການສົ່ງອອກ 255 ລ້ານໂດລາ ແລະ ການນໍາເຂົ້າ 71 ລ້ານໂດລາ, ຄາດວ່າຈະເກີນດຸນການຄ້າ 184 ລ້ານໂດລາ.
ສໍາລັບຄວາມຕ້ອງການທຶນລວມໃນປີ 2027 ມີທັງໝົດ 3,414 ຕື້ກີບ ເທົ່າກັບ 43.5% ຂອງ GDP, ໃນນີ້ ການລົງທຶນຈາກງົບປະມານພາຍໃນ 270 ຕື້ກີບ ຫຼື 7.9%, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 175 ຕື້ກີບ ຫຼື 5%, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 1,187 ຕື້ກີບ ຫຼື 35% ແລະ ການລົງທຶນອື່ນໆ 1,782 ຕື້ກີບ ຫຼື ປະມານ 52% ຂອງມູນຄ່າການລົງທຶນທັງໝົດ.
ຂ່າວ: ພອນປະເສີດ
ຄໍາເຫັນ