![]() |
ສຳລັບວຽກງານການເງິນ-ງົບປະມານ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 1,543 ຕື້ ກວ່າກີບ, ເທົ່າກັບ 107,99% ຂອງແຜນດັດແກ້. ສ່ວນການລະດົມທຶນລົງທຶນ ບັນລຸ 8,558 ຕື້ກວ່າກີບ, ລື່ນແຜນເກືອບ 3 ເທົ່າ, ໂດຍສະເພາະການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມີມູນຄ່າ 7,903 ຕື້ກວ່າກີບ.
ດ້ານວັດທະນະທຳ-ສັງຄົມ ແຂວງໄດ້ສຸມໃສ່ຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກ, ການຝຶກວິຊາຊີບ ແລະ ສະຫວັດດີການສັງຄົມ. ສາມາດສ້າງຄອບຄົວພົ້ນທຸກໄດ້ 2,798 ຄອບຄົວ, ລື່ນແຜນ 26%, ສ້າງບ້ານພັດທະນາໄດ້ 59 ບ້ານ ແລະ ປັດຈຸບັນທົ່ວແຂວງມີບ້ານວັດທະນະທຳ 418 ບ້ານ, ກວມເອົາ 97% ຂອງບ້ານທັງໝົດ. ພ້ອມກັນນີ້ ຍັງໄດ້ສົ່ງເສີມການພັດທະນາມໍລະດົກວັດທະນະທຳ, ຮັກສາປະເພນີອັນດີງາມ ແລະ ສ້າງໂອກາດດ້ານການສຶກສາໃຫ້ແກ່ຊາວໜຸ່ມ.
![]() |
ທ່ານ ພູວົງ ບນຊູ ຍັງກ່າວອີກວ່າ: ໃນ 2 ເດືອນທ້າຍປີ 2026, ອົງການປົກຄອງແຂວງ ຈະສືບຕໍ່ສຸມໃສ່ຊີ້ນໍາ-ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2026 ໃຫ້ບັນລຸຕາມແຜນ ຫຼື ລື່ນແຜນທີ່ວາງໄວ້ເຊິ່ງຈະສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 5.9%,ເທົ່າກັບ 101.72% ຂອງແຜນ, ຄິດເປັນມູນຄ່າໃນປີ 19,578 ຕື້ກີບ.
ຂ່າວ: ແຂວງວຽງຈັນ


ຄໍາເຫັນ