![]() |
ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ຄະນະກໍາມະການປົກຄອງແຂວງ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ 2026 ໃນວັນທີ 22 ມິຖຸນາ 2026 ນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປື ໃນໄລຍະ 6 ເດືອນຜ່ານມາ, ແມ່ນດໍາເນີນຢູ່ໃນເງື່ອນໄຂ ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ມີຄວາມທ້າທາຍຫຼາຍດ້ານ ເປັນຕົ້ນ ຄວາມກົດດັນທາງດ້ານເສດຖະກິດໂລກ, ຄວາມຂັດແຍ່ງທາງດ້ານການເມືອງ, ຊຶ່ງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ແຕ່ຍ້ອນການນໍາພາ-ຊີ້ນໍາ ຂອງຄະນະກຳມະການປົກຄອງແຂວງ ແລະ ການຕິດຕາມຢ່າງໃກ້ຊິດຂອງສະພາປະຊາຊົນແຂວງ ຊຶ່ງກາຍເປັນປັດໄຈທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນປີ 2026, ຜົນໄດ້ຮັບໃນແຕ່ລະໂຄງປະກອບສະແດງອອກ ດັ່ງນີ້: ຍອດຜະລິດຕະພັນກະສິກຳ ຂະຫຍາຍຕົວສະເລ່ຍ 4.2% ຕໍ່ປີ ກວມເອົາ 54% ຂອງ ຈີດີພີ, ຍອດຜະລິດຕະພັນອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 3.8% ຕໍ່ປີ ກວມເອົາ 24% ຂອງ ຈີດີພີ, ຍອດຜະລິດຕະພັນການບໍລິການ ຂະຫຍາຍຕົວສະເລ່ຍ 3.3% ຕໍ່ປີ ກວມເອົາ 19% ຂອງ ຈີດີພີ, ພາສີ-ອາກອນສຸດທິ ຂະຫຍາຍຕົວສະເລ່ຍ 4.7%, ກວມເອົາ 3% ຂອງ ຈີດີພີ ໃນນີ້, ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ປັບປຸງພື້ນຖານວັດຖຸເຕັກນິກ ຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ແລະ ປ່າໄມ້ ເພື່ອຮອງຮັບໃຫ້ແກ່ການຜະລິດ, ໃນໄລຍະ 3 ເດືອນການປູກເຂົ້ານາແຊງ ປະຕິບັດໄດ້ 164 ເຮັກຕາ ເທົ່າກັບ 20% ຂອງແຜນ (ແຜນການ 813 ເຮັກຕາ), ຄາດຄະເນຜົນຜະລິດ 659 ໂຕນ, ສະມັດຕະພາບສະເລ່ຍ 4 ໂຕນຕໍ່ເຮັກຕາ, ການປູກພືດສະບຽງອາຫານ (ຜັກກິນໝາກ, ໃບ ແລະ ກິນຫົວ) ປະຕິບັດໄດ້ 290 ເຮັກຕາ, ຄາດຄະເນຜົນຜະລິດ 1,653 ໂຕນ ເທົ່າກັບ 6% ຂອງແຜນການປີ (ມະຕິສະພາ 27,702 ໂຕນ), ການສະໜອງ ຊີ້ນ, ປາ ແລະ ໄຂ່ ປະຕິບັດ ໄດ້ 3,123 ໂຕນ ເທົ່າກັບ 9% ຂອງແຜນການ (ມະຕິສະພາ 34,867 ໂຕນ), ການປູກພືດເປັນສິນຄ້າທົ່ວໄປ (ໝາກໂມ, ຢາສູບ ແລະ ສາລີ) ປະຕິບັດໄດ້ 64.6 ເຮັກຕາ, ຄາດຄະເນຜົນຜະລິດ 458 ໂຕນ (ມະຕິສະພາ 1,638,000 ໂຕນ), ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້ 23 ລ້ານໂດລາ, ອັນທີ່ພົ້ນເດັ່ນແມ່ນການສົ່ງອອກພືດ ແລະ ຜະລິດຕະພັນພືດ ປະຕິບັດໄດ້ 40,985 ໂຕນ, ມູນຄ່າ 14.96 ລ້ານໂດລາ.
ໃນຂະນະທີ່ ຂະແໜງອຸດສາຫະກຳ ແລະ ການຄ້າ ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງ ປະຕິບັດໄດ້ 204.48 ຕື້ກີບ ເທົ່າກັບ 9.5% ຂອງແຜນການ (ມະຕິສະພາ 2,145 ຕື້ກີບ). ດ້ານພະລັງງານ ຜະລິດພະລັງງານໄຟຟ້າ ໄດ້ 710 ຈີກາວັດໂມງ ເທົ່າກັບ 14% ຂອງແຜນການ (ມະຕິສະພາ 1,644 ຈີກະວັດໂມງ), ພະລັງງານຈໍາໜ່າຍ 700 ຈີກາວັດໂມງ, ມູນຄ່າ 808 ຕື້ກີບ ເທົ່າກັບ 37% ຂອງແຜນການ (ມະຕິສະພາ 2,165 ຈີກະວັດໂມງ) ໃນນັ້ນ, ຈໍາໜ່າຍຢູ່ພາຍໃນ 3.29 ລ້ານໂດລາ ແລະ ສົ່ງອອກຕ່າງປະເທດ 34.11 ລ້ານໂດລາ.
ສຳລັບດ້ານບໍ່ແຮ່ ໃນໄລຍະ 3 ເດືອນ, ຜະລິດແຮ່ຄໍາ ໄດ້ 179.73 ກິໂລກຣາມ, ຈໍາໜ່າຍ 180.37 ກິໂລກຣາມ, ມູນຄ່າ 28.2 ລ້ານໂດລາ, ຜະລິດແຮ່ເງິນໄດ້ 17.09 ກິໂລກລາມ, ຈໍາໜ່າຍ 18.45 ກິໂລກຣາມ, ມູນຄ່າ 55,475 ໂດລາ, ແຮ່ເຫຼັກຂຸດຄົ້ນ ແລະ ຈຳໜ່າຍ 2,891.59 ໂຕນ, ມູນຄ່າ 243,616 ໂດລາ, ແຮ່ບົກຊິດ ຂຸດຄົ້ນ ແລະ ຈໍາໜ່າຍ 170,172 ໂຕນ, ມູນຄ່າ 5.12 ລ້ານໂດລາ.
ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ປະຕິບັດໄດ້ 2,619 ຕື້ກີບ ເທົ່າກັບ 14% ຂອງແຜນການ (ມະຕິສະພາ 18,200 ຕື້ກີບ), ໝວດສິນຄ້າທີ່ມີການຊົມໃຊ້ຫຼາຍ ໄດ້ແກ່ໝວດນໍ້າມັນເຊື້ອໄຟ ແລະ ອາຍແກັສ 3,187.5 ຕື້ກີບ ກວມເອົາ 76%, ຮອງລົງມາແມ່ນໝວດສະບຽງອາຫານ 451.52 ຕື້ກີບ ກວມເອົາ 10.73% ແລະ ໝວດວັດຖຸມີຄ່າ-ເຄື່ອງປະດັບ 250.81 ຕື້ກີບ ກວມເອົາ 6%.
ຂ່າວ: ພອນປະເສີດ

ຄໍາເຫັນ