2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.
ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງ ຂຶ້ນລາຍງານຕໍ່ກອງປະຊຸມຄັ້ງນີ້ວ່າ:ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI (2021-2025) ຂອງແຂວງ ໄດ້ດໍາເນີນໄປໃນທ່າມກາງທີ່ມີທັງກາລະໂອກາດທີ່ເອື້ອຍອຳນວຍ ແລະ ທ່າແຮງບົ່ມຊ້ອນໃນແຕ່ລະດ້ານ ທີ່ເປັນປັດໃຈຕົ້ນຕໍໃຫ້ແກ່ການຜະລິດ, ການບໍລິການ, ການລົງທຶນ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ, ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ການຈັດຕັ້ງພັກ-ລັດ ທຸກຂັ້ນຕໍ່ການພັດທະນາເສດຖະກິດ-ສັງຄົມ ໄດ້ເຮັດໃຫ້ເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວສະເລ່ຍໃນລະດັບ 4.8%, ເທົ່າກັບ 80% ຂອງແຜນການ ຄິດເປັນມູນຄ່າລວມ 5 ປີແມ່ນ 56,455 ຕື້ກີບ ເທົ່າກັບ 96.15% ຂອງແຜນການ. ໃນປີ 2025 ຂະຫຍາຍຕົວ 5.7% ທຽບໃສ່ປີ 2021 ເພີ່ມຂຶ້ນ 1.7% (ປີ 2021 ຂະຫຍາຍຕົວ 4%), ລາຍໄດ້ສະເລ່ຍຕໍ່ຫົວຄົນ 34.29 ລ້ານກີບ ຫຼື 1,594 ໂດລາສະຫະລັດ. ການເກັບລາຍຮັບງົບປະມາມໄດ້ 2,906.22 ຕື້ກີບ, ລື່ນແຜນການ 2 ເທົ່າ. ໃນນີ້, ພູດສູນກາງ 356.35 ຕື້ກີບ ແລະ ພູດທ້ອງຖິ່ນ 2,549.87 ຕື້ກີບ, ການຄຸ້ມຄອງລາຍຈ່າຍງົບປະມານໄດ້ 3,845.89 ຕື້ກີບ, ລື່ນແຜນການ 20.25%. ອັນພົ້ນເດັ່ນ ແມ່ນການຫັນເປັນກຸ້ມຕົນເອງດ້ານງົບປະມານຂອງແຂວງ ແລະ ການທົດລອງຢູ່ເມືອງວັງວຽງ, ເມືອງຊະນະຄາມໃນປິ 2025 ຄາດວ່າຈະເກັບລາຍຮັບໄດ້ 1,273.82 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໄດ້ໃນລະດັບ 1,096.01 ຕື້ກີບ ຊຶ່ງເປັນຄັ້ງທໍາອິດທີ່ແຂວງສາມາດເກັບລາຍຮັບໄດ້ເກີນດຸນລາຍຈ່າຍ.

ການລະດົມທຶນເພື່ອພັດທະນາໃນ 5 ປີ (2021-2025) ຕາມທິດ 4 ສຸມ 2 ຮັບ 1 ເອື້ອອຳນວຍໄດ້ 18,634.62 ຕື້ກີບ, ລື່ນແຜນການ 81.13%, ສະເພາະປີ 2025 ໄດ້ 5,428.13 ຕື້ກີບ, ລື່ນແຜນການ 92.50%,ຊຶ່ງໄດ້ສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຂົວ-ທາງ, ຊົນລະປະທານ, ໄຟຟ້າ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆ ເພືີ່ອສ້າງພື້ນຖານເອື້ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາ. ພ້ອມກັນນີ້, ຫົວໜວ່ຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກໍມີຈຳນວນເພີ່ມຂຶ້ນ.

ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII (2026-2030) ສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວສະເລ່ຍ 6% ຕໍ່ປີ ແລະ ຮອດປີ 2030 ໃຫ້ໄດ້ 6.2%, ຄິດເປັນມູນຄ່າລວມ 5 ປີໃຫ້ໄດ້ 107,207 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 48.37 ລ້ານກີບ ຫຼື 2,304ໂດລາສະຫະລັດ. ໃນນີ້, ຂະແໜງກະສິກໍາຂະຫຍາຍ 4.5%, ຂະແໜງອຸດສາຫະກໍາຂະຫຍາຍຕົວ 6.7%, ຂະແໜງບໍລິການຂະຫຍາຍຕົວ 7.3% ແລະ ພາສີ-ອາກອນຂະຫຍາຍຕົວ 4.5%. ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນໃນແຕ່ລະປີສະເລ່ຍ 6%-14% ທຽບໃສ່ຖານປີ 2025 ລວມ 5 ປີ ໃຫ້ບັນລຸໄດ້ 7,428.63 ຕື້ກີບ. ໃນນີ້, ພູດສູນກາງ 1,044.27 ຕື້ກີບ ແລະ ພູດທ້ອງຖິ່ນ 6,384.36 ຕື້ກີບ, ຄຸ້ມຄອງລາຍຈ່າຍມີຄວາມຮັດກຸມເພີ່ມຂຶ້ນບໍ່ເກີນ 7%/ປີ ລວມ 5 ປີໃຫ້ຢູ່ໃນລະດັບ 5,927.55 ຕື້ກີບ, ພ້ອມທັງສູ້ຊົນສ້າງເມືອງກຸ້ມຕົນເອງດ້ານງົບປະມານໃຫ້ໄດ້ 5 ເມືອງຄື: ເມືອງໂພນໂຮງ, ທຸລະຄົມ, ຫີນເຫີບ, ເຟືອງ ແລະ ເມືອງແກ້ວອຸດົມ. ສູ້ຊົນລະດົມການລົງທຶນຕາມທິດ ໃຫ້ໄດ້ 19,426 ຕື້ກີບ, ກວມເອົາ 18.12% GDP. ໃນນັ້ນ, ການລົງທຶນລັດ1,166 ຕື້ກີບ, ກວມ 6%, ທຶນຊ່ວຍເຫຼືອເພື່ອການພັດທະນາ 1,360 ຕື້ກີບ, ກວມ 7% ແລະ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 16,901 ຕື້ກີບ, ກວມ 87% ຂອງຄວາມຕ້ອງການທຶນທັງໝົດ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ